ການຮັກສາຮາກແຂ້ວ
ເປັນຫຍັງຕ້ອງຮັກສາຮາກແຂ້ວ?
ການຮັກສາຮາກແຂ້ວ ຄືການກຳຈັດຈຸລິນຊີທີຢູ່ໃນໂຜ່ງປະສາດແຂ້ວ ທີເປັນສາເຫດກໍ່ໃຫ້ເກີດການຕຕິດເຊື້ອ ການອັກເສບຂອງໂຜ່ງເນື້ອເຍື່ອໃນໂຜງປະສາດແຂ້ວ ເຊິ່ງເປັນວິທີການທີບໍ່ຕ້ອງຖອນແຂ້ວ ສາມາດຮັກສາແຂ້ວໄວ້ໄດ້
| 
 | 
ສາເຫດທີຕ້ອງຮັກສາຮາກແຂ້ວ?
- 
ແຂ້ວແມ້ງເປັນດຸມໃຫ່ຍ ແລະ ທະລຸຮອດໂຜ່ງປະສາດແຂ້ວ 
- 
ແຂ້ວແຕກ ຈາກການກະທົບກະແທກຈົນທະລຸຮອດໂຜ່ງປະສາດແຂ້ວ 
- 
ບັນຫາພຶດຕິກຳທີຄ້ຽວອາຫານທີແຮງ 
- 
ນອນກັກແຂ້ວແຮງ 
- 
ບັນຫາໂລກເຫງືອກ 
ລັກສະນະອາການບົງບອກເຖິງບັນຫາຮາກແຂ້ວ
- 
ມີອາການສຽ່ວແຂ້ວເມື່ອດືມ ເຄື່ອງດືມຮ້ອນ ຫລື ເຢັນ 
- 
ມີອາການເຈັບເມືອຄ້ຽວ ຫລື ກັດອາຫານ 
- 
ມີອາການແຂ້ວຄອນ ແລະ ໂຍ້ງໄປມາ 
- 
ມີຫນອງໄຫລອອກຈາກແຂ້ວທີຕິດເຊື້ອ 
ຖ້າມີອາການດັງກ່າວຖືວ່າເປັນສັນຍານເຕືອນສັນຍານເຕືອນການເກີດບັນຫາຮາກແຂ້ວ ແນະນຳໃຫ້ປຶກສາແພດ
ປະເພດຂອງການຮັກສາຮາກແຂ້ວ
- 
ການຮັກສາຮາກແຂ້ວດ້ວຍວິທີປົກກະຕິ 
- 
ການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery) 
ການຮັກສາຮາກແຂ້ວດ້ວຍວິທີປົກກະຕິ
ເປັນການຮັກສາຮາກແຂ້ວພາຍໃນຊ່ອງຮາກແຂ້ວເພື່ອກຳຈັດເນື້ອເຍື່ອທີມີບັນຫາ ແລະ ແບັດທີເຣຍ
ຂັ້ນຕອນການຮັກສາດ້ວຍວິທີປົກກະຕິ
ການນັດຫມາຍຄັ້ງທຳອິດ
- 
ທັນຕະແພດຈະເຮັດການເຈາະເປີດໂຜ່ງປະສາດແຂ້ວເພື່ອຕັດເນື້ອເຍື່ອທີຕິດເຊື້ອອອກ  
- 
ທັນຕະແພດຈະທຳຄວາມສະອາດຊ່ອງຮາກແຂ້ວຈົນເຖິງຮາກຍາວຂອງຮາກແຂ້ວແຕ່ບໍ່ເກີນປາຍຮາກ ແລະ ໃສຢາລົງໃນຊ່ອງຮາກແຂ້ວ 
| 
 | 
ການນັດຄັ້ງທີສອງ
- 
ແພດຈະເອົາວັດສະດຸຊົ່ວຄາວອອກ ແລະ ລ້າງຢ່າທີໃສໄວ້ໃນຊ່ອງຮາກແຂ້ວ ຈາກນັ້ນຈິງອຸດປິດຊ່ອງຮາກແຂ້ວໃນບາງກໍລະນີ ອາດມີການປ່ຽນຢາໃນຊ່ອງຮາກແຂ້ວ ແລະ ທຳຄວາມສະອາຫລາຍຄັ້ງ ຈົນກ່ວາການຕິດເຊື້ອ ແລະ ການອັກເສບຊິຫມົດໄປ  
ຜົນຂອງການຮັກສາຮາກແຂ້ວດ້ວຍວິທີປົກກະຕິ
- 
ບັນເທົາອາການ ແລະ ຫລຸດຄວາມສ່ຽງໃນການຕິດເຊື້ອ 
- 
ປ້ອງກັນບໍ່ໃຫ້ເຊືອໂລກຊຶມເຂົ້າໄປເຖິງຊ່ອງຮາກແຂ້ວ 
- 
ສາມາດຮັກສາແຂ້ວເຫລັ້ມນັ້ນໄດ້ໂດຍບໍ່ຕ້ອງຖອນ 
ການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery)
ຈະເລືອກໃຊ້ກໍລະນີການຮັກສາແຂ້ວດ້ວຍວິທີປົກກະຕິບໍ່ໄດ້ຜົນ ຫລື ບໍ່ສາມາດເຮັດການຮັກສາຊ່ອງແຂ້ວຊຳ້ກັນໄດ້ ເຊັ່ນ ມີຄອບແຂ້ວ ແລະ ເລືອຍ ແຂ້ວຂະຫນານໃຫຍ່ ໂດຍວິທີນີ້ຈະຜ່າຕັດເຂົ້າທີຕຳແນ່ງປາຍປະສາດຮາກແຂ້ວທີ່ເປັນ ໜອງ ແລະ ເຮັດຄວາມສະອາດຕັດປາຍຮາກແຂ້ວອອກບາງສ່ວນ
ຂັ້ນຕອນການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery)
| 
 | 
- 
ການຕັດປາຍອອກບາງສ່ວນ ຫລື ວັດສະດຸອຸດຊ່ອງແຂ້ວອອກ ແລະ ທຳຄວາມສະອາດປາຍຮາກແຂ້ວ  
- 
ອຸດດ້ວຍວັດສະດຸຍ້ອນເຂົ້າໄປທາງປາຍຮາກທີທຳຄວາມສະອາດ ແລະ ແລະ ຫຍິບເຫງືອກເພື່ອໃຫ້ເນືອເຍື່ອມີການຫາຍດີຢ່າງເໝາະສົມ 
ໄລຍະເວລາໃນການຮັກສາຮາກແຂ້ວ
ຕ້ອງຮັກສາຢ່າງຕໍ່ເນື່ອງເຊິ່ງໂດຍປົກກະຕິຈະໃຊ້ເວລາໃນການຮັກສາ 2-3 ຄັ້ງຂຶ້ນຢູ່ກັບບັນຫາຂອງແຂ້ວເຫລັ້ມນັ້ນໆ
ອາຍຸການໃຊ້ງານການຮັກສາຮາກແຂ້ວ
ການຮັກສາຮາກແຂ້ວສາມາດຢູ່ໄດ້ດົນ ແຕ່ຈຳເປັນຕ້ອງມີການດູແລຮັກສາສຸຂະພາບສະມຳສະເໝີ
ການດູແລຮັກສາ ຫລັງການຮັກສາຮາກແຂ້ວ
- 
ບໍ່ຄວນກັດ ຫລື ຄ້ຽວອາຫານທີ ແຂ້ງດ້ວຍແຂ້ວເຫລັມທີຮັກສາຮາກແຂ້ວ 
- 
ຮັດສາຄວາມສະອາດດ້ວຍການສີແຂ້ວ ແລະ ໃຊ້ໄຫມຂັດຟັນເປັນປະຈຳ 
- 
ພົບຫມໍແຂ້ວທຸກທ 6 ເດືອນ 
ຄຳຖາມທີ່ພົບເຫັນຕະຫອດ
ການຖອນແຂ້ວໄປເລີຍອາດສົ່ງຜົນຕໍສຸຂະພາບຊ່ອງປາກ ແລະ ແຂ້ວ ອາດເຮັດໃຫ້ແຂ້ວລົ້ມ, ເກ້ ໂລກເຫືງອກ, ການບົດຄ້ຽວອາຫານ ແລະ ອື່ນໆ ເຊິ່ງການຖອນແຂ້ວກໍຄວນໃສແທນແຂ້ວທີ່ຖອນໄປ
ເພາະເປັນແຂ້ວທີ່ບໍ່ມີເລືອກໄປລໍລ້ຽງໂຜ່ງປະສາດແຂ້ວເຮັດໃຫ້ເຊວຕ່າງທ ໃນແຂ້ວຕາຍໄປ ຢຸດການເຮັດວຽກ ເຊິ່ງຄວນເຮັດການຮັກສາແຂ້ວກຳຈັດເນື້ອເຍື່ອທີ່ຕາຍແລ້ວ ແລະ ທຳຄວາມສະອາດຊ່ອງຮາກແຂ້ວ
ເມື່ອມີອາການຕໍ່ໄປນີ້ຫລັງຈາກການເຮັດການຮັກສາຮາກແຂ້ວໃຫ້ຮີບໄປພົບຫມໍແຂ້ວ
- 
ເກີດອາການບວມຂ້າງໃນ ຫລື ນອກຊ່ອງປາກຈົນສາດມາດເບິ່ງເຫັນໄດ້
- 
ເກີດອາການແພ້ຢາ ເຊັນ ຄັນ ຜື່ນຕາມຮ່າງກາຍ
- 
ອາການຄ້າຍເມື່ອຍແຕ່ຍັງບໍ່ໄດ້ຮັກສາຮາກແຂ້ວ ເຊັ່ນ: ຮູ້ສຶກວ່າການຄ້ຽວບໍ່ສະເໝີ ຫລື ແຂ້ວສົບກັນບໍ່ພໍດີ
 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ

