ເຕັກໂນໂລຊີ
 
						
					iTero Element
ນະວັດຕະກຳໃຫມ່ ສະແກນແຂ້ວ Digital 5 ມິຕິ ທີ່ສາມາດໃຊ້ຮ່ວມກັບການດັດແຂ້ວແບບໃສ Invisalign ເຊິ່ງໃຊ້ແທນການພິມແຂ້ວ ນອກຈາກນີ້ຍັງສະແດງພາບຄືກັນກັບຂອງແທ້ ໃຫ້ສາມາດເຫັນແບບຈຳລອງແຂ້ວ ທັງກ່ອນແລະຫລັງ ການຮັກສາໄດ້ທັນທີ
 
						
					CT SCAN
ຫນຶ່ງໃນຄວາມກ້າວຫນ້າທາງດ້ານທັນຕະກຳທີສຳຄັນຄືຄວາມສົມບູນແບບຂອງອຸປະກອນເຄື່ອງ CT SCAN ສາມາດວິເຄາະແລະສົ່ງພາບອອກມາໃຫ້ເຫັນໂຄງສ້າງພາຍໃນໄດ້ຊັດເຈນຫລາຍຂຶ້ນ ເຮັດໃຫ້ການວາງແຜນ ແລະ ການຮັກສາໄດ້ຕົງຈຸດ ໃຊ້ເວລາຫນ້ອຍ ສະດວກຫລາຍກວ່າແຕ່ກ່ອນ ເຊິ່ງເຫມາະສຳລັບຜູ້ທີຕ້ອງການຈັດແຂ້ວ,ຮັກສາຮາກແຂ້ວ, ຝັງຮາກແຂ້ວທຽມ, ປູກຖ່າຍກະດູກ ຫລື ແມ້ແຕ່ສັນຍາກຳຂາກັນໄກນັ້ນເອງ
 
						
					ເຄື່ອງ Morpheus3 Dimensional Scanner
ເປັນເຄື່ອງມື Facail Scan ເຊິ່ງເຮັດຫນ້າທີສະແກນຮູບຂອງໃບຫນ້າແລະພື້ນຜິວໃນລະບົບ 3D ເຮັດໃຫ້ສາມາດວິເຄາະແລະສະແດງຜົນອອກມາແບບ Real Time
 
						
					KODAK X-Ray
ເຄື່ອງX-Ray ທັນຕະກຳລະບົບດິຈິຕໍ kodak ໃຊ້ຖ່າຍພາບລັງສີແຂ້ວທັງປາກ (panoramic) ແລະກະໂລກຫົວ (Cephalometric)ເຊິ່ງເຮັດໃຫ້ການວາງແຜນການຮັກສາຂອງທັນຕະແພດມີຄວາມສະດວກ
 
						
					ເຄື່ອງຂ້າເຊື້ອ UVC
ເປັນເຄື່ອງຂ້າເຊື້ອທີນຳຄຸນສົມບັດຂອງແສງ UVC ຫລື ເອີນວ່າ Ultraviolet Germicidal Irradaition ມາສັງເຄາະເພື່ອໃຊ້ສຳລັບການຂ້າເຊື້ອໃນອາກາດສາມາດກຳຈັດແບັກທີເຣຍ ເຊື້ອໄວຣັດ ເຊື້ອຣາເສັ້ນໃຍ້ ແລະ ຢີນ
 
						
					ຫ້ອງ Digital Data studio
ເປັນຫ້ອງທີເກັບລວບລວມຂໍ້ມູນປະຫວັດຂອງຄົນໄຂ້ທີມາໃຊ້ບໍລິການ ການຮັກສາທັງຂໍ້ມູນການຖ່າຍພາບສະແກນແຂ້ວ ແລະ ພາບ X-rayເປັນຕົ້ນ
 
						
					 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ