| ປະເພດການຟອກສີແຂ້ວ | 
|  | 
|   | 
| ການຟອກສີແຂ້ວທີ່ບ້ານດ້ວຍຕົນເອງ | 
|   | 
| ການຟອກສີແຂ້ວທີ່ຄລິນິກໂດຍທັນຕະແພດ | 
|  | 
| ການຟອກສີແຂ້ວດວ້ຍຕົນເອງ | 
|        ການຟອກສີແຂ້ວດ້ວຍຕົນເອງ ຈະເປັນການນຳອຸປະກອນແລະນຳຍ່າຟອກສີແຂ້ວໄປເຮັດທີ່ບ້ານ | 
|  | 
| ຂັ້ນຕອນການຟອກສີແຂ້ວທີ່ບ້ານມີດັງຕໍ່ໄປນີ້ | 
| 
ທັນຕະແພດຈະທຽບສີແຂ້ວແລະພິມປາກເພື່ອເຮັດຖາດຟອກສີແຂ້ວ
ຮັບນ້ຳຍາແລະຖາດຟອກສີແຂ້ວປະມາດ 1-2 ມື້
ປ້າຍນ້ຳຍາເທິງຖານຟອກສີແຂ້ວດ້ານທີ່ສຳຜັດກັນສີແຂ້ວດ້ານໜ້າ ປະມານ1 ເມັດຖົ່ວຂຽວ
ສວມຖານຟອກສີແຂ້ວປະໄວ້ຕາມໄລຍະເວລາທີ່ທັນຕະແພດແນະນຳ ຂື້ນຍູ່ກັບຄວາມເຂັ້ມຂົ້ນຂອງນ້ຳຢາ
ເຮັດຄວາມສະອາດຖານຟອກສີແຂ້ວ ແລະລ້າງນ້ຳຢາອອກຈາກຜິວແຂ້ວ | 
| ລະຍະເວລາການຟອກສີແຂ້ວດ້ວຍຕົນເອງ | 
|            ລະຍະແລກຄວນຟອກສີແຂ້ວທຸກມື້ ແຕ່ຫາກມີອາການສ້ຽວແຂ້ວສາມາດເຮັດມື້ເວັ້ນມື້ໄດ້ ໂດຍຄວນເຮັດຕໍ່ເນື່ອງກັນປະມານ 2-4 ອາທິດ | 
|   | 
| ອາຍຸການໃຊ້ງານການຟອກສີແຂ້ວທີ່ບ້ານດ້ວຍຕົນເອງ | 
|             ການຟອກສີແຂ້ວທີ່ບ້ານດ້ວຍຕົນເອງມີອາຍຸການໃຊ້ງານປະມານ 6-12 ເດືອນ ຂື້ນຍູ່ກັບການດູແລຮັກສາ ຫາກຮູ້ສືກວ່າສີແຂ້ວເລີ່ມປ່ຽນສາມາດເຮັດ ສີແຂ້ວເພິ່ມເຕິມໄດ້ | 
|   | 
| ການຟອກສີແຂ້ວທີຄລິນິດໂດຍທັນຕະແພດ | 
|             ການຟອກສີແຂ້ວທີ່ຄລິນິກໂດຍທັນຕະແພດ ຈະເປັນການໃຊ້ລະບົບ Zoom White Speed Teeth Whiteningຊືງເປັນເທັກໂນໂລຍີໃນການຟອກສີ ແຂ້ວທີ່ຊວ່ຍເຮັດໃຫ້ເຫັນຜົນຢ່າງໄວ ມີຄວາມສະດວກສະບາຍ ແລະໃຊ້ລະຍະເວລາບໍ່ດົນ | 
|   | 
|   | 
|  | 
| ຂັ້ນຕອນການຟອກສີແຂ້ວທີ່ຄລິນິກມີດງຕໍ່ໄປນີ້ | 
| 
ທັນຕະແພດຈະເຮັດການຂັດແຂ້ວທຽບສີແຂ້ວແລະຖ່າຍຮູບກ່ອນເລິ່ມການຟອກສີແຂ້ວ
ທັນຕະແພດຈະໃສ່ເຄື່ອງມືແລະວັດສະດຸເພື່ອປ້ອງກັນລີ້ມ, ຮິມປາກ, ເຫງືອກ ແລະເນື້ອເຍື້ອອ່ອນຕ່າງໆ
ທານ້ຳຢາຟອກສີແຂ້ວລົງເທິງຜິວແຂ້ວ
ສາຍແສງເພື່ອກະຕຸ້ນການເຮັດວຽກຂອງນ້ຳຍາ ໂດຍຈະສາຍແສງທັງໝົດ 3 ຮອບ ຮອບລະ 15 ນາທີ
ທັນຕະແພດຈະລ້າງນ້ຳຢາ ແລະ ວັດສະດຸທີ່ໃຊ້ກັນເນື້ອເຍື້ອຕ່າງໆ ອອກ ເຮັດການຖ່າຍຮູປແລະທຽບສີແຂ້ວ ພາຍຫຼັງຈາກຟອກສີແຂ້ວເສັດຮຽບຮ້ອຍ | 
|   | 
| ລະຍະເວລາໃນການຟອກສີແຂ້ວແບບ ZoomZoom | 
|            ໃຊ້ເວລາປະມານ45 ນາທີ – 1 ຊົ່ວໂມງ ສາມາດເຫັນຜົນໄດ້ໃນທັນທີຫຼັງຟອກສີແຂ້ວແລ້ວ | 
|   | 
| ເປັນຫຍັງTDH ເຖິງເລືອກ Zoom | 
|            Zoom White Speed Teeth Whitening ເປັນນະວັດຕະກຳຂອງການຝອກສີແຂ້ວ ທີຖືກພັດທະນາຂຶ້ນໂດຍ ບໍລິສັດ Phillips USA ແລະ ບໍລິສັດວິໄຈຂັ້ນນຳເປັນເທັກໂນໂລຢີທີມີປະສິດທິພາບສູງຈາກອາເມລິກາ ໂດຍໃຊ້ຫລັກການໃນການສາຍແສງ LED ທີ່ສາມາດປັບຄວາມເຂັມໄດ້ 3 ລະດັບຕາມຄວາມເຫມາະສົມເພື່ອກະຕຸ້ນການເຮັດວຽກຂອງນ້ຳຢາຝອກສີແຂ້ວ ເຮັດໃຫ້ເມັດສີແຕກຕ່າງຢ່າງໄວວາ ແລະ ປະສິດທິພາບໄດ້ຖືກຍອມຮັບຈາກໂຮງຫມໍ ແລະ ຄຣີນິກຂັ້ນນຳຕ່າງໆ ໃນທົ່ວໂລກມີຄວາມປອດໄພສາມາດປັບປ່ຽນເກດສີແຂ້ວໄດ້ເຖິງ 8 ສີເຮັດໃຫ້ແຂ້ວຂາວເປັນທຳມະຊາດກ່ວາຊະນິດອື່ນ ໃຊ້ເວລາສັ້ນ ບໍ່ສົງຜົນກະທົບຕໍ່ຜູ້ໃສແຂ້ວປອມ,ວີເນຍ ຫລື ວັດສະດຸອຸດແຂ້ວ | 
|   | 
|   | 
| ການເບິ່ງແຍ້ງຫລັງການຝອກສີແຂ້ວ | 
| 
ຫລີກລ່ຽງອາຫານແລະເຄື່ອງດືມ ເຊັ່ນ: ຊາ, ກາເຟ,ນ້ຳອັດລົມ ເປັນຕົ້ນ
ຫລີກລ່ຽງການສູບຢາ
ເຮັດຄວາມສະອາດແຂ້ວຕາມປົກກະຕິ | 
|   | 
| ຂໍ້ຄວນລະວັງ ( ໃຜແດ່ທີ ບໍຄວນຝອກສີແຂ້ວ) | 
| 
ຜູ້ທີມີອາຍຸຕຳກວ່າ 14 ປີ ເພາະອາດສົ່ງຜົນສ່ຽງ ເນື່ອງຈາກໂຜ້ງປະສາດຍັງບໍ່ແຂ້ງແຮງ
ແມ່ຍິງກຳລັງທ້ອງ ຫລື ໃຫ້ນົມລູກ
ຜູ້ທີມີບັນຫາໂລກເຫງືອກ
ຜູ້ມີບັນຫາຊ່ອງປາກ ແລະ ແຂ້ວ | 
| 
 | 
|   | 
| ຄຳຖາມທີໄດ້ເຫັນຕະຫລອດ | 
| Q : ຝອກສີແຂ້ວເຮັດໃຫ້ສ້ຽວແມ່ນແທ້ບໍ່? | 
| A : ສຳລັບການຝອກແບບ Zoom Whitening Teeth Whitening ເມື່ອປຽບທຽບປະສິດທິພາບການຫລຸດການສ້ຽວແຂ້ວກັບຍີ່ຫໍອື່ນແລ້ວຈະມີການສ້ຽວແຂ້ວຫນ້ອຍກ່ວາ ເຊິ່ງໄດ້ຮັບຮອງຈາກສະຖາບັນ ແລະ ນັກວິໄຈມະຫາວິທະຍາໄລອີກດ້ວຍ | 
|   | 
| Q : ຝອກສີແຂ້ວຢູ່ໄດ້ດົນປານໃດ ? | 
| A : ການຝອກສີແຂ້ວຈະຢູ່ດົນແມ່ນຂຶ້ນກັບການດູແລຮັກສາ ເຊັ່ນ ການຮັບປະທານອາຫານ ການສູບຢາ ແລະການຮັກສາທີດີກໍຈະສາມາດເຮັດໃຫ້ແຂ້ວຂາວໄດ້ດົນຂຶ້ນອີກດ້ວຍ | 
|   | 
|   | 
| Q : ຫຼັງຟອກສີແຂ້ວກີນໄດ້ປົກກະຕິບໍ່? | 
| A : ຫຼັງຟອກສີແຂ້ວສາມາດກີນອາຫານໄດ້ຕາມປົກກະຕິ ແຕ່ຫາກມີອາການສ້ຽວແຂ້ວໃຫ້ງົດອາຫານແລະເຄື່ອງດື່ມທີ່ຮ້ອນຫຼືເຢັນຈົນເກິນໄປທັງນີ້ຄວນຫຼີກລ້ຽງເຄື່ອງດືມຫຼືອາຫານປະເພດ ຊາກາເຟ ນ້ຳອັດລົມ ວາຍ ທີ່ເຮັດໃຫ້ມີຄາບສີມາຕິດພາຍນອກແຂ້ວ ແລະ ງົດສູບຍາ ເປັນຕົ້ນ | 
|   | 
|   | 
| Q : ດັດແຂ້ວຍູ່ຟອກສີແຂ້ວໄດ້ບໍ່? | 
| A : ສຳລັບການດັດແຂ້ວຢູ່ຍັງບໍ່ແນະນຳໃຫ້ເຮັດການຟອກສີແຂ້ວ ເນື່ອງຈາກມີເຄື່ອງມືແລະອຸປະກອນຕິດຍູ່ເຮັດໃຫ້ບໍ່ສາມາດຟອກສີແຂ້ວໄດ້ຢ່າງທົວຖືງ | 
|   | 
|   | 
| Q : ຟອກສີແຂ້ວຕ້ອງຂູດຫິນປູນກ່ອນບໍ່? | 
| A : ການຟອກສີແຈ້ວຕ້ອງມີການກຽມຜິວແຂ້ວ ໂດຍການຂູດຫິນປູນແລະຂັດແຂ້ວ ເພື່ອໃຫ້ພ້ອມກັນການຟອກສີແຂ້ວ ຊື່ງຈະເຮັດສະເພາະກໍລະນີທີ່ຄົນໄຂ້ມີຄາບຫິນປູນເທົ່ານັ້ນ | 
|   |