ການຮັກສາຮາກແຂ້ວສຳລັບເດັກນ້ອຍ
ການຮັກສາຮາກແຂ້ວເກີດຈາກຫຍັງ
ການຮັກສາຮາກແຂ້ວສຳລັບເດັກ ຈະທຳເພື່ອແຂ້ວນ້ຳນົມພຸຈົນເຮັດໃຫ້ເຊື້ອໂລກເຂົ້າໄປໃນໂພ່ງປະສາດແຂ້ວເຮັດໃຫ້ໂພ່ງປະສາດອັກເສບສົ່ງຜົນໃຫ້ເດັກນ້ອຍມີອາການເຈັບແຂ້ວ ຮ່ວມກັບການອັກເສບຂອງເຫືງອກແລະອະໄວຍະວະຮອບໆ
ຂັ້ນຕອນການຮັກສາຮາກແຂ້ວສຳລັບເດັກນ້ອຍ
- 
ທຳການ x-ray ເພື່ອໃຫ້ທັນຕະແພດກວດປະເມີນວ່າສາມາດຮັກສາແຂ້ວໄດ້ຫຼື 
- 
ສັກຢາຊາ ແລະ ກຳຈັດເນື້ອເຍື້ອໂພ່ງປະສາດແຂ້ວໃນສ່ວນຂອງຕົວແຂ້ວລວມເຖິງຮາກ 
- 
ເຮັດຄວາມສະອາດແລະໃສ່ຢາຮັກສາຮາກແຂ້ວ 
ໄລຍະເວລາໃນການຮັກສາຮາກແຂ້ວສຳລັບ
ການຮັກສາຮາກແຂ້ວສຳລັບເດັກນ້ອຍໃຊ້ໄລຍະເວລາໃນການຮັກສາຄັ້ງລະປະມານ 1-2 ຊົ່ວໂມງ
ອາຍຸຂອງການຮັກສາຮາກແຂ້ວສຳລັບເດັກນ້ອຍ
ການຮັກສາຮາກແຂ້ວສຳລັບເດັກນ້ອຍຈະສາມາດຄົງຢູ່ໄດ້ດົນກ່ວາແຂ້ວນ້ຳນົມຈະຫຼຸດອອກໄປ
ການເບິ່ງແຍງການຮັກສາຮາກແຂ້ວສຳລັບເດັກນ້ອຍ
- 
ເຮັດຄວາມສະອາດແຂ້ວໂດຍການແປງແຂ້ວ ໃຊ້ໄຫມຂັຟັນ 
- 
ຫຼີກລ້ຽງອາຫານທີ່ຫວານຈົນເກີນໄປ 
- 
ພົບທັນຕະແພດທຸກໆ 6 ເດືອນ ເພື່ອກວດສຸຂະພາບຊ່ອງປາກແລະແຂ້ວ 
ຄຳຖາມທີ່ພົບຕະຫຼອດ
ຮັກສາຮາກແຂ້ວສຳລັບເດັກນ້ອຍຈຳເປັນຫຼາຍບໍ?
ການຮັກສາຮາກແຂ້ວສຳລັບເດັກນ້ອຍຖືວ່າເປັນການຮັກສາແຂ້ວນ້ຳນົມໄວ້ເພື່ອບໍ່ໃຫ້ຫຼຸດອອກໄປກ່ອນເວລາອັນ ຈະຊ່ວຍເຮັດໃຫ້ແຂ້ວຂື້ນມາລຽງງາມ ມີລະບຽບຕາມທຳມະຊາດ ບໍ່ຜິດປົກກກະຕິ ບໍ່ເປັນແຂ້ວຊ້ອນເກ ແລະ ບໍ່ມີປັນຫາສຸຂະພາບແຂ້ວຕາມມາ
ສຳລັບເດັກນ້ອຍການຮັກສາຮາກແຂ້ວໃຊ້ເວລາດົນເທົ່າຜຼ້ໃຫຍ່ບໍ?
ໂດຍປົກກະຕິການຮັກສາຮາກແຂ້ວສາມາດເຮັດສຳເລັດໄດ້ໃນພາຍໃນ 1 ຄັ້ງ ແຕ່ມີບາງກໍລະນີເຊິ່ງເປັນສ່ວນນ້ອຍທີ່ອາດຕ້ອງມາຮັກສາຫຼາຍກ່ວງ 1 ຄັ້ງ
 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ