ໄດ້ຮັບຮອຍຍິ້ມໃຫມ່ໃນສິລະປະ, ໃນແບບຂອງທ່ານເອງ.
“ບ່ອນທີ່ທັນຕະແພດພົບກັບສິລະປະ.
ສິລະປະແລະວິທະຍາສາດຂອງການເສີມສ້າງຮອຍຍິ້ມ”
ໃຊ້ວັດສະດຸເຊລາມິກທີ່ “ບາງທີ່ສຸດ” ທີ່ “ແຂງແຮງກວ່າແຂ້ວທໍາມະຊາດ 2 ເທົ່າ” ດ້ວຍເຕັກນິກການປະຕິບັດ “ການກັດແຂ້ວໜ້ອຍລົງ” ອອກແບບມາໃຫ້ພໍດີກັບໃບໜ້າແຕ່ລະຄົນ
ການເຮັດເຄືອບແຂ້ວທ່ຽມຫຼືວີເນຍ ເປັນການຕິດແຜ່ນເຊລະມິກທີ່ມີຄວາມບາງ ແລະໃສບໍລິເວນຜິວດ້ານໜ້າຂອງແຂ້ວເພື່ອແກ້ໄຂບັນຫາຄວາມຜິດປົກກະຕິຂອງແຂ້ວ ສາມາດປຽ່ນແຂ້ວມີ່ມີບັນຫາໃຫ້ມີສີແລະຮູປຮ່າງທີ່ສວຍງາມ ລວມທັງເພິ່ມຄວາມແຂງແຮງແລະທົນທານໃຫ້ແກ່ຜິວແຂ້ວອີກດ້ວຍ ການເຄືອບຜິວແຂ້ວຈື່ງເປັນການຮັກສາທີ່ເປັນທີ່ນິຍົມ
ແຂ້ວຂະຫນາດນ້ອຍ, ຫ່າງກັນຢ່າງກວ້າງຂວາງ
ໃຫຍ່, ຫ່າງກັນຢ່າງກວ້າງຂວາງ, ແຂ້ວຊ້ອນກັນເລັກນ້ອຍ
ແຂ້ວສັ້ນ, ງໍ, ຮອຍຍິ້ມທີ່ເບິ່ງບໍ່ເຫັນ
ແຂ້ວຫັກ, ແຂ້ວເສື່ອມ, ເປື້ອນ, ແຂ້ວຫຍາບ
1. ທັນຕະແພດຈະເຮັດການກວດແຂ້ວ ວິເຄາະຮ່ອຍຍີ້ມ ແລະ ທຽບສີແຂ້ວ
2. ທັນຕະແພດຈະກໍ້ແຕ່ງຜິວແຂ້ວພຽງເລັກນ້ອຍເພື່ອກຽມພື້ນທີ່ສຳລັບເຄືອບແຂ້ວທຽມ ອາດເຮັດຮວມກັບການສັກຍາມືນເພື່ອປ້ອງກັນການສຽວແຂ້ວ
3. ພິມປາກແລະສົ່ງໄປທີ່ແລັບທັນຕະກຳເພື່ອຜະລິດຊິ້ນງານ
4. ລອງແລະຍືດເຄືອບແຂ້ວທຽມຕິດກັບແຂ້ວແບບຖາວອນ
ເບິ່ງແຍງໂດຍທີມງານທັນຕະແພດຜູ້ທີ່ຢູ່ເບື້ອງຫຼັງຮອຍຍິ້ມຂອງນັກສະເຫຼີມສະຫຼອງທີ່ມີຊື່ສຽງ.
ຢູ່ VDH Dental, ພວກເຮົາໃຊ້ເທັກໂນໂລຍີທີ່ທັນສະໄໝເພື່ອບັນລຸຜົນການຍິ້ມທີ່ສົມບູນ, ເຊັ່ນ: CT-Scan, Digital Plan, Digital Surgical Guide, Digital Impression and Digital Restoration CAD/CAM.
ພວກເຮົາເອົາໃຈໃສ່ໃນການຄັດເລືອກເອົາອຸປະກອນຄຸນນະພາບສູງ, ເຄື່ອງມື, ແລະເຕັກນິກການປິ່ນປົວສ່ວນບຸກຄົນສໍາລັບຮອຍຍິ້ມທີ່ສົມບູນແບບ.
ວີເນຍໃຊໄລຍະເວລາເຮັດປະມານ 1-2 ອາທິ
ການເຮັດວີເນຍບໍ່ໄດ້ເປັນທີ່ນິຍົມໃນວົງການ ສິລະປິນ,ດາລາ ເທົ່ານັ້ນ ແຕ່ຍັງເຫມາະກັບຜູ້ທີ່ຕ້ອງການປັບສີແຂ້ວໃຫ້ຂາວພ້ອມກັບຮູບຊົງແຂ້ວທີສວຍງາມໄດ້ສັດສວ່ນ ແລະການເຮັດວີເນຍເປັນອີກທາງເລືອກຫນຶ່ງສຳລັບຜູ້ທີມີບັນຫາແຂ້ວແຕກບໍ່ຢາກດັດແຂ້ວອີກ
ອາຍຸເທົາໃດເຖິງເຮັດວີເນຍໄດ້?
ເພດຍິງ 16 ປີ ຂຶ້ນໄປ
ເພດຊາຍ 18 ປີຂຶ້ນໄປ
ເນື່ອງຈາກເປັນຊວງອາຍຸຂອງແຂ້ວທີມີການຢຸກການຈະເລີນເຕີບໂຕ ເຊິ່ງຫາກເຮັດວີເນຍໃນໄວເດັກກວ່າອາດສົ່ງຜົນໃຫ້ວີເນຍເຄື່ອນຕົວອອກຈາກເຫງືອກແລະແຂ້ວໄດ້
ການເຮັດວີເນຍຕ້ອງແມ່ນທັນຕະແພດທີ່ມີຄວາມຊ່ຽວຊານ ມີປະສົບການໂດຍກົງ ແລະຕ້ອງຄຳນຶງເຖິງຄວາມສະອາດ ຄວາມປອດໄພ ແລະໄດ້ຮັບມາດຕະຖານ ເນື່ອງຈາກເຮັດວີເນຍບໍ່ໄດ້ມາຕະຖານ ອາດສົ່ງຜົນເຮັດໃ
ເກິດບັນຫາສຸກຂະພາບແຂ້ວຕາມມາ ເຊັ່ນ ວີເນຍເບິ່ງບໍ່ເປັນທຳມະຊາດ ບໍ່ຄົງທົນ ແຕກຫັກ ອາດເກິດຄວາມເສຍຫາຍກັບແຂ້ວແທ້ຍ່າງຖາວອນໄດ້ ມີກີນປາກເປັນຕົ້ນ
.ການອຸດປິດຊ່ອງວ່າງລະຫວ່າງແຂ້ວ ເປັນວິທີທີ່ໃຊ້ແກ້ບັນຫາສະເພາະຈຸດທີ່ມີບັນຫາເທົ່ານັ້ນ
.ການເຮັດວີເນຍ ເປັນວິທີທີ່ສາມາດແກ້ໄຂແຂ້ວທີ່ມີຮູປຮ່າງບໍ່ສວຍງາມ ແລະເປັນການອອກແບບຮອຍຍີ້ມ ໃຫ້ເຂົ້າກັບໃບໜ້າໄດ້ອີກດ້ວຍ
ການຟອກສີແຂ້ວເປັນການໃຊ້ນ້ຳຍາຟອກສີແຂ້ວເພື່ອປ່ຽນສີຂອງແຂ້ວທຳມະຊາດ ສ່ວນການເຮັດວີເນຍເປັນການເອົາວັດສະດຸຊະນິດເລຊິນຄອມໂພສິດ ຫຼືເຊລະມີກໄປເຄືອບໄວ້ບົນຜິວເຄືອບແຂ້ວທຳມະຊາດ