ການຂູດຫີນປູນແລະການຂັດແຂ້ວ
ເປັນຫຍັງທ່ານຕ້ອງຂູດຫີນປູນ ແລະຂັດແຂ້ວ
FAQ
A: ຜູ້ທີ່ຕ້ອງລະວັງເລື່ອງການຂູດຫີນປູນ ແລະ ການຂັດຟັນໄດ້ແກ່
- 
ຄົນເຈັບທີ່ໂລກປະຈຳຕົວ ເຊັ່ນໂລກເບົາຫວານ, ຄວາມດັນເລືອດ, ໂລກຕັບ, ໂລກຫົວໃຈ ແລະ ໂລກທີ່ກ່ຽວກັບການແຂງຕົວຂອງເລືອດ ຄວນຢູ່ພາຍໃຕ້ການເບີ່ງແຍງຂອງທ່ານໝໍຢ່າງໃກ້ຊິດ. 
 ເນື່ອງຈາກອາດເກີດອາການແຊກຊ້ອນຈາກການຂູດຫີນປູນໄດ້
- 
ຜູ້ໃສ່ເຄື່ອງກະຕູ້ນເຄື່ອງຫົວໃຈ ບໍ່ຄວນຂູດຫີນປູນດ້ວຍເຄື່ອງຂູດຫີນປູນໄຟຟ້າ ເນື່ອງຈາກວ່າເຄື່ອງຂູດຫີນປູນໄຟຟ້າຈະໄປລົບກວນການເຮັດວຽກຂອງເຄື່ອງກະຕຸ້ນຫົວໃຈ ອາດເຮັດໃຫ້ເກີດພາວະຫົວໃຈເຕັ້ນຜິດປົກກະຕິໄດ້ ດັ່ງນັ້ນຫາກຕ້ອງການຂູດຫີນປູນແທ້ໆ 
 ຈະຕ້ອງຂູດຫີນປູນໂດຍໃຊ້ເຄື່ອງມືຂູດຫີນປູນເທົ່ານັ້ນ
ການຂູດຫີປູນອາດມີອາການສ້ຽວແຂ້ວເກີດຂື້ນໄດ້ປົກກະຕິ ແຕ່ມີອາການສ້ຽວແຂ້ວພຽງໜ້ອຍໜື່ງ ຫາກສ້ຽວແຂ້ວຫຼາຍທ່ານໝໍອາດພິຈາລະນາໃສ່ຢາຊາສະເພາະທີ່ສຳລັບອາການສ້ຽວແຂ້ວຈາກການຂູດຫີນປູນທີ່ຫຸ້ມຮາກແຂ້ວຢູ່ຈະຖືກກຳຈັດອອກໄປເຮັດໃຫ້ບໍ່ມີຫຍັງມາປິດຫູ້ມເນື້ອແຂ້ວໄວ້ ຈື່ງສົ່ງຜົນໃຫ້ປະສາດຮັບຮູ້ເກີດຄວາມຮູ້ສືກເຈັບປວດຫຼືສ້ຽວແຂ້ວໄດ້
ແນະນຳຫວາຢ່າຂູດຫີນປູນດ້ວຍຕົນເອງເປັນອັນຂາດ
ເພາະນອກຈາກຈະເອົາຄາບຫົນປູນອອກຈາກແຂ້ວບໍ່ໄດ້ແລ້ວ ອາດເຮັດໃຫ້ເກີດການບາດເຈັບ ເກີດແຜ່ໃນຊ່ອງປາກ ຫຼືເຫືອກອັກເສບ,ບວມໄດ້
ດັ່ງນັ້ນຖ້າຕ້ອງການນຳຄາບຫີນປູນອອກຄວນໃຫ້ທ່ານໝໍໃຊ້ເຄື່ອງມືໂດຍສະເພາະໃນການຂູດຫີນປູນເທົ່ານັ້ນ
 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ