ການເຄືອບຟູອໍລາຍ
ເປັນຫຍັງຕ້ອງເຄືອບຟູອໍລາຍ
ການເຄືອບຟູອໍລາຍ ເປັນການເຄືອບຟູອໍລາຍໄປທີ່ຜິວແຂ້ວຊ່ວຍເຮັດໃຫ້ໂຄງສ້າງຂອງແຂ້ວແຂງແຮງທົນທານຕໍ່ກົດຂອງແບດທິເລຍໃນຊ່ອງປາກຫຼາຍຂື້ນ ຊື່ງຈະຊວ່ຍຊະລໍການແມງໃນແຂ້ວທີ່ແມງໃນລະຍະເລິ່ມແລກແລະລົດໂອກາດການເກິດຮອຍແມງໃໝ່
ຂັ້ນຕອນການເຄືອບຟູອໍລາຍ
- 
ທັນຕະແພດທຳຄວາມສະອາດຜິວແຂ້ວ 
- 
ຕຽມແຂ້ວໃຫ້ແຫ້ງ ໂດຍການເປົ່າລົມໃຫ້ແຫ້ງເພື່ອໃຫ້ຄາບເດິມຂອງຟູອໍລາຍເຈວຄົງທີ 
- 
ນຳຟູອໍລາຍເຈວໃສ່ລົງໃນຸາດຟູອໍລາຍ (fluoride tray) 
- 
ໃສ່ຖາດຟູອໍລາຍ (fluoride tray). ທັງດ້ານບົນແລະລ່າງ ໃຫ້ສຳຜັດກັບແຂ້ວໄດ້ທົ່ວຖືງ ປະມານ4-5 ນາທີ 
- 
ນຳຖາດຟູອໍລາຍ (fluoride tray) ອອກ ແລະທຳການດູກເຈວທີ່ເຫຼືອອອກໃຫ້ຫຼາຍທີ່ສຸດ 
ລະຍະເວລາການເຄືອບຟູອໍລາຍ
ໃຊ້ລະຍະເວລາໃນການເຄືອບຟູອໍລາຍປະມານ 10 ນາທີ ຊື່ງຕ້ອງອາໃສຄວາມຮວ່ມມືຂອງເດັກແລະຜູ້ປົກຄອງດ້ວຍ
ອາຍຸການໃຊ້ງານຂອງການເຄືອບຟູອໍລາຍ
ໂດຍປົກກະຕິເດັກນ້ອຍຄວນໄດ້ຮັບການເຄືອບຟູອໍລາຍຢ່າງນ້ອຍ 2 ຄັ້ງ/ປີສ່ວນເດັກນ້ອຍທີ່ມີຄວາມສ່ຽງ ຫຼືມີບັນຫາ ແຂ້ວພຸຄວນຈະເຄືອບຟູອໍລາຍຫຼາຍກ່ວາ 2ຄັ້ງ/ປີ
ການເບິ່ງແຍງຮັກສາຫລັງຈາກເຄືອບຟູອໍລາຍ
- 
ຫຼັງຈາກເຄືອບຟູອໍລາຍຄວນງົດນ້ຳ ແລະ ອາຫານປະມານ 30 ນາທີ 
- 
ດູແລຮັກສາຄວາມສະອາດຂອງແຂ້ວເຊັ່ນການຖູແຂ້ວການໃຊ້ໄໝຂັດຟັນ ຫຼືການບ້ວນປາກ 
- 
ພົບທັນຕະແພດທຸກໆ 6 ເດືອນ ເພື່ອການກວດສະພາບຊ່ອງປາກ ແລະ ແຂ້ວ 
ຄຳຖາມທີ່ພົບຕະຫຼອດ
ຢາສີແຂ້ວແບບຟູອໍລາຍໃຊ້ແທນການເຄືອບແຂ້ວໄດ້ບໍ ?
ຢາທີ່ແຂ້ວທີ່ໃຊ້ໃນເດັກນ້ອຍຈະມີປະລິມານຟູອໍລາຍໃນສັດສ່ວນທີ່ຕໍ່າກ່ວາຜູ້ໃຫຍ່ເພື່ອປ້ອງກັນອັນຕະລາຍຈາກການໄດ້ຮັບຟູອໍລາຍທີ່ຫຼາຍເກີນໄປເດັກນ້ອຍຫຼົງກືນຢາສີແຂ້ວດັ່ງນັ້ນຈື່ງຄວນໄດ້ຮັບການການຮັກສາເຄືອບຟູອໍລາຍຮ່ວມດ້ວຍເພື່ອເສີມສ້າງຄວາມແຂງແຮງຂອງ ແຂ້ວ
ຄຳຖາມທີ່ພົບຫຼາຍຂໍ້ຄວນລະວັງໃນການເຄືອບຟູອໍລາຍ?
- 
ການເປັນຜິດແບບສຽບພັນ ເກີດຈາກຈາກການໄດ້ຮັບຟູອໍລາຍໃນປະລິມານທີ່ສູງໃນຄັ້ງດຽວຄືຈະຕ້ອງກືນ ຟູອໍລາຍຊະນິດເຄືອບທັ້ງໝົດອາດຈະມີອາການຕັ້ງແຕ່ການຄື້ນໃສ້ ຈາມ ເຈັບທ້ອງ ການຮັກສາແບບສຸກເສີນໄດ້ແກ່ການດື່ມນົມຫຼາຍໆ ເພື່ອສະລໍອາການ 
- 
ການເປັນຜິດແບບເລື້ອລັງໃນນະທີ່ນີ້ໝາຍເຖິງທາໃຫ້ແຂ້ວມີລັກສະນະຕົກກະແຕ່ໃນປັດຈຸບັນຍັງບໍ່ມີລາຍການວິໃຈທີ່ສະແດງໃຫ້ເຫັນວ່າການເຄືອບຟູອໍລາຍມີຄວາມສຳພັນຫຼືເປັນສາເຫດທີ່ພາໃຫ້ເກີດແຂ້ວຕົກກະ 
 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ