ເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ
ເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວຄືຫຍັງ?
ການໃສ່ເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ (Space Maintainer) ຈະເຮັດໃຫ້ກໍລະນີມີການສູນເສີຍແຂ້ວໄປກ່ແນໄວອັນຄວນເຮັດໃຫ້ມີຊ່ອງຫວ່າງເກີດຂື້ນເພື່ອປ້ອງກັນບໍ່ເຮັດໃຫ້ແຂ້ວເຫຼັ້ນອື່ນບຽດເຂົ້າມາໃນຊ່ອງຫວ່າງຕຳແໜ່ງແຂ້ວທີ່ຖືກຫຼົກອອກໄປເຮັດໃຫ້ແຂ້ວແທ້ທີ່ຂື້ນມາຕົງຕຳແໜ່ງນັ້ນເຮັດໃຫ້ພື້ນທີ່ບໍ່ພຽງພໍ ຈື່ງຕ້ອງມີການໃສ່ອຸປະກອນປ້ອງກັນແຂ້ວລົ້ມຫຼືເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ
ຊະນິດເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ
- 
ແບບຖອດໄດ້ : ສາມາດໃສ່ແລະຖອດມາເຮັດຄວາມສະອາດໄດ້ 
- 
ແບບຕິດແໜັ້ນ : ບໍ່ສາມາດຖອດເຄື່ອງມືເອງໄດ້ 
ຂັ້ນຕອນການເຮັດເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ
- 
ທ່ານໝໍຈະທຳການພິຈາລະນາວ່າເໝາະກັບການໃສ່ອຸປະກອນປ້ອງກັນແຂ້ວລົ້ມແບບໃດ 
- 
ທຳການພິມແຂ້ວ 
- 
ໃສ່ເຄື່ອງມືກັນຊ່ອງຫວ່າງລະຫວ່າງແຂ້ວ 
ໄລຍະເວລາໃນການທຳເຄື່ອງມືກັນຊ່ອງຫວ່າງລະຫ່ວາງແຂ້ວ
ການທຳອຸປະກອນປ້ອງກັນແຂ້ວລົ້ມໃຊ້ໄລຍະເວລາໃນການກວດແລະພິມແຂ້ວບໍ່ດົນປະມານ 10-20 ນາທີ່ແຕ່ຈະມີການຖ້າອຸປະກອນປະມານ 1-2 ອາທິດອາຍຸການໃຊ້ງານຂອງເຄື່ອງມືກັນຊ່ອງຫວ່າງແຂ້ວ
ການເບິ່ງແຍງການຮັກສາຫຼັງຈາກໃສ່ເຄື່ອງມືກັນຂ່ອງວ່າງລະຫວ່າງຟັນ
- 
ທຳຄວາມສະອາດແຂ້ວແລະໃຊ້ໄໝຂັດຟັນຢ່າງສຳໝໍ່ສະເໝີ 
- 
ກໍລະນີ້ໃສ່ແບບຖອດໄດ້ຄວນລ້າງທຳີວາມສະອາດເຄື່ອງມືຢ່າງສະໝໍ່າສະເໝີ 
- 
ກໍລະນີໃສ່ແບບຕິດແໝ້ນຄວາມຫຼີກລ້ຽງໝາກສີດາ ແລະ ຂະໝົມ 
- 
ສຳລັບກໍລະນີໃສ່ອຸປະກອນປ້ອງກັນແຂ້ວລົ້ມແບບຕິດແໝ້ນອາດຕ້ອງພົບທ່ານໝໍທຸກໆ 3ເດືອນ ຫຼື ຕາມທີ່ນັດໝາຍເນື່ອງຈາກແຂ້ວແທ້ອາດຈະມີການປົ່ງຂື້ນມາແລ້ວຈຳເປັນຕ້ອງຖອດອຸປະກອນ 
- 
ພົບທ່ານໝໍທຸກໆ 6 ເດືອນເພື່ອກວດສອບອຸປະກອນແລະຊ່ອງປາກ 
ຄຳຖາມທີ່ພົບຫຼາຍ
ຫາກສູນເສີຍແຂ້ວນໍ້ານົມ ບໍ່ໃສ່ອຸປະກອນປ້ອງກັນແຂ້ວລົ້ມໄດ້ບໍ?
ການໃສ່ອຸປະກອນປ້ອງກັນເເຂ້ວລົ້ນມີຄວາມຈຳເປັນສຳລັບເດັກນ້ອຍທີ່ມີການສູນເສີຍແຂ້ວນໍ້ານົມໃນຂະນະທີ່ອາຍຸຍັງນ້ອຍໆ ເຊິ່ງຕ້ອງຖ້າໄລຍະເວລາທີ່ແຂ້ວແທ້ເພີ່ມຂື້ນ ອາດສົ່ງຜົນເຮັດໃຫ້ແຂ້ວລົ້ມ ແຂ້ວເກ ແຂ້ວຊ້ອນ ແລະ ປັນຫາແຂ້ວອື່ນໆຕາມມາໄດ້
 
			 English
 English
 ການດັດແຂ້ວແບບໃສ Invisalign
ການດັດແຂ້ວແບບໃສ Invisalign ການດັດແຂ້ວແບບດາມ້ອນ (Damon™)
ການດັດແຂ້ວແບບດາມ້ອນ (Damon™) ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ