General-dentistry-main02-lao

ການຂູດຫີນປູນແລະການຂັດແຂ້ວ

ເປັນຫຍັງຕ້ອງອັດແຂ້ວ

ການອັດແຂ້ວແມ່ນການບູລະນະແຂ້ວທີ່ເສຍຫາຍຈາກແຂ້ວແມງໃຫ້ກັບມາເຮັດໜ້າທີ່ໄດ້ຕາມປົກກະຕິ ແລະ ມີຮູບຮ່າງຄືເກົ່າ ໃນຂະນະດຽວກັນກໍ່ຊ່ວຍບໍ່ໃຫ້ເກີດແຂ້ວແມງເພີ່ມຂື້ນອີກດ້ວຍ ໂດຍຈະເປັນການກໍໃນບໍລິເວນທີ່ເປັນແມງອອກແລ້ວເຮັດການອັດໃໝ່ດ້ວຍວັດສະດູທາງທັນຕະກຳ

 

ສະນິດວັດສະດຸອັດແຂ້ວ

  • ວັດສະດຸຂອງອາມັນກຳ :ມີສີເງິນ, ມີຄວາມແຂງແຮງ, ທົນທານ, ມັກໃຊ້ອັດແຂ້ວກາມ (ແຂ້ວທາງໃນ)
  • ວັດສະດຸຂອງຄອມພູສິດ : ສີຄ້າຍຄືແຂ້ວ ໃຫ້ຄວາມສວຍງາມງາມແບບທຳມະຊາດ ມັກໃຊ້ອັດແຂ້ວດ້ານໜ້າ.

 

ຂັ້ນຕອນການອັດແຂ້ວ

  • ໝໍກວດ ແລະປະເມີນແຂ້ວ. ອາດຈະມີ X-ray ນຳ
  • ທ່ານໝໍຈະມີການໃຊ້ຢາຊາ ໃນກໍລະນີທີ່ຄົນເຈັບມີຄວາມຢ້ານກົວ ຫຼືມີບັນຫາເປັນແຂ້ວແມງເລິກ
  • ທ່ານໝໍກໍແຂ້ວເພື່ອນຳເນື້ອແຂ້ວສ່ວນທີ່ເປັນແມງທີ່ມີການຕິດເຊື້ອອອກ
  • ທ່ານໝໍຕົກແຕ່ງແຂ້ວທີ່ເປັນແມງເພື່ອກຽມການອັດແຂ້ວ
  • ທ່ານໝໍອັດແຂ້ວດ້ວຍວັດສະດຸອັດແຂ້ວ.
  • ທ່ານໝໍຈະຕົກແຕ່ງຜິວແຂ້ວໃຫ້ລຽບກ້ຽງແລະມີການທົດສອບໂດຍການກັດ ຫຼືລອງຄ້ຽວ

 

ໄລຍະເວລາໃນການອັດແຂ້ວ

ການອັດແຂ້ວໃຊ້ໄລຍະເວລາປະມານ 1-2 ຊົ່ວໂມງ, ຂື້ນກັບຄວາມຍາກງ່າຍຂອງແຕ່ລະບຸກຄົນ.

 

ອາຍູການໃຊ້ງານຂອງການອັດແຂ້ວ

ອາຍູການໃຊ້ງານຂອງການອັດແຂ້ວຂື້ນຢູ່ກັບການເບບເບິ່ງແຍ່ງຮັກສາ

 

ການເບິ່ງແຍ່ງຮັກສາຫຼັງຈາກການອັດແຂ້ວ

  • ຫາກທ່ານອັດແຂ້ວທາງໜ້າ, ບໍ່ຄວນໃຊ້ແຂ້ວທາງໜ້າກັດຫຼືຊີກອາຫານທີ່ມີລັກສະນະແຂງ ເພາະມັນອາດຈະເຮັດໃຫ້ວັດສະດຸແຕກໄດ້ ແລະອາດຈະແຜ່ລາມໄປສູ່ເນື້ອແຂ້ວທີ່ດີໄດ້
  • ເຮັດຄວາມສະອາດແຂ້ວໂດຍການຖູແຂ້ວ ຮ່ວມກັນກັບການນຳໃຊ້ໃຫມຂັດແຂ້ວແລະນ້ຳຢາບ້ວນປາກ
  • ໄປຫາໝໍປົວແຂ້ວທຸກໆ 6 ເດືອນເພື່ອກວດເບິ່ງສະພາບຂອງວັດສະດຸທີ່ອັດໄປ ແລະກວດເບິ່ງສະພາບຂອງປາກ.

 

ຄໍາຖາມທີ່ຖືກຖາມເລື່ອຍໆ

 

 

ສັນຍານເຕືອນໄພສຳລັບແຂ້ວແມງມີຫຍັງແດ່ ?
ສັນຍານເຕືອນໄພສຳລັບແຂ້ວແມງມີດັ່ງນີ້
  • ເຈັບແຂ້ວຫຼືເຫງືອກ
  • ມີອາການເຫືອກບວມ
  • ມີກິ່ນປາກ ຫຼືໄດ້ລົດຊາດບໍ່ດີໃນປາກ
  • ມີອາການສ້ຽວແຂ້ວ

 

: ເມື່ອອັດແຂ້ວແລ້ວຈະໃສ່ລີເທນເນີ ຫຼື ແຂ້ວປອມໄດ້ບໍ່ ?
ສຳລັບຜູ້ທີ່ໃສ່ລີເທນເນີ ຫລືແຂ້ວປອມກ່ອນອັດແຂ້ວແນະນຳໃຫ້ເອົາອຸປະກອນດັ່ງກ່າວມານຳ ເພື່ອຈະໄດ້ທົດລອງໃສ່ຫຼັງອັດແຂ້ວແລ້ວ
ຖ້າຫາກໃສ່ອຸປະກອນດັ່ງກ່າວບໍ່ໄດ້ທາງທ່ານໝໍຈະເຮັດການກໍແລະຕົກແຕ່ງແຂ້ວເພີ່ມເຕີ່ມໃຫ້ສາມາດໃສ່ໄດ້ປົກກະຕິ

 

ອັດແຂ້ວໄປແລ້ວຮຼ້ສືກສ້ຽວແຂ້ວຄວນເຮັດແນວໃດ ?
ອັດແຂ້ວໄປແລ້ວແຕ່ມີຄວາມຮຼ້ສືກສ້ຽວແຂ້ວຫລັງຈາກອັດແຂ້ວໄປໃໝ່ໆ ເກີດຈາກວັດສະດຸທີ່ສູງເກີນໄປ ຫຼືເກີດຈາກຄວາມບໍ່ສົມບູນຂອງວັດສະດຸບາງຈຸດ ຫຼືອາດຈະເປັນຜົນຂ້າງຄຽງຈາກວັດສະດຸ ຖ້າອາການບໍ່ດີຂື້ນ, ຄວນກັບໄປຫາໝໍເພື່ອ ຮັບການຮັກສາເພີ່ມເຕີ່ມ