occlusion-dentistry-main02-lao

ໄນກາດ

 

ໄນກາດ(Occlusal Splint) ເປັນເຄື່ອງມືທາງທັນຕະກຳຢ່າງໜື່ງ, ເຊິ່ງທ່ານໝໍໄດ້ສ້າງຂື້ນມາສະເພາະບຸກຄົນ , ເພື່ອບັນເທົາອາການເຈັບປວດ ຂອງຂໍ້ກະດູກຄາງກະໄຕແລະກ້າມເນື້ອບົດຄ້ຽວ ຫລື ຜູ້ທີ່ມີອາການນອນກັດແຂ້ວ

ຊະນິດຂອງໄນກາດ

  • ໄນກາດຊະນິດອ່ອນ ( Soft Occlusal Splint) : ຜະລິດຈາກວັດສະດຸອ່ອນ, ເຮັດໄດ້ງ່າຍ
  • ໄນກາດຊະນິດແຂງແຮງ ( Hard Occlusal Splint) : ເຮັດຈາກພັດສຕິກຊະນິດແຂງແຮງ

 

ຂັ້ນຕອນການເຮັດໄນກາດ

  • ທ່ານຫມໍປະຕິບັດການກວດຊ່ອງປາກ, ກວດການສົບແຂ້ວ ແລະ ວາງແຜນການຮັກສາ.
  • ການພິມແຂ້ວເພື່ອນຳໄປໃຊ້ໃນການເພື່ອເຮັດໄນກາດ
  • ທ່ານໝໍຈະໃຫ້ຄຳແນະນຳໃນການໃສ່ອຸປະກອນ

 

ໄລຍະເວລາຂອງການເຮັດໄນກາດ

          ໄລຍະເວລາຂອງໄນກາດແມ່ນຂື້ນກັບປະເພດຂອງໄນກາດ,ເຊິງອາດຈະໄລຍະເວລາ 1-2 ອາທິດ.

 

ອາຍຸການໃຊ້ງານຂອງໄນກາດ

         ໄນກາດຊະນິດອ່ອນຈະມີອາຍຸຂອງການໃຊ້ງານເວລາບໍ່ດົນຫຼາຍ, ອຸປະກອນດັ່ງກ່າວສາມາດຈີກໄດ້ງ່າຍ. ສ່ວຍໄນກາດຊະນິດແຂງ ຈະມີອາຍຸໄດ້ດົນ , ເຊິ່ງຂື້ນກັບການເບິ່ງແຍງແຕ່ລະຄົນ

 

ການເບິ່ງແຍງການຮັກສາຫຼັງການໃສ່ໄນກາດ

  • ທຳຄວາມສະອາດເຝືອກສົບແຂ້ວດ້ວຍແປງຖູແຂ້ວອ່ອນໆ
  • ໃສ່ເຝືອກສົບແຂ້ວໃນຕອນກາງຄືນ ຫລື ຕາມທີ່ທ່ານໝໍແນະ ນຳ
  • ກວດການສົບແຂ້ວຂອງຕົນເອງທຸກມື້
  • ແນະນຳໃຫ້ໄປພົບທ່ານໝໍຕາມນັດໝາຍ ເພື່ອໃຫ້ໝໍກວດເບິ່ງອຸປະກອນຕ່າງໆ

 

ຄໍາຖາມທີ່ຖືກຖາມເລື້ອຍໆ

 

 

ໃຜແນ່ທີ່ຄວນໃສ່ໄນກາດ?
ຄົນທີ່ຄວນໃສ່ໄນກາດມີດັ່ງນີ້:
  • ຄົນທີ່ມີນິດໄສການນອນກັດແຂ້ວ ໃນເວລາກາງເວັນ / ກາງຄືນ
  • ຄົນທີ່ມີການໃຊ້ງານກ້າມເນື້ອບົດຄ້ຽວຫຼາຍກວ່າປົກກະຕິ
  • ຄົນທີ່ມີອາການຕິດຄັດໃນເວລາອ້າປາກ ຫຼື ຫຸບປາກ
  • ຄົນທີມີປັນຫາພາວະຂໍ້ເສື່ອມຂອງກະດູກຄາງກະໄຕ

 

ອາການເຕື່ອນນອນກັດແຂ້ວແມ່ນຫຍັງ?
ສັນຍານເຕືອນນອນກັດແຂ້ວ ແມ່ນມີດັ່ງນີ້:
  • ມີອາການເຈັບບໍລິເວນແກ້ມ,ກະພຸ່ງແກ້ມ
  • ກ້າມເນື້ອບົດຄ້ຽງມີອາກາດປວດ
  • ມີສຽງດັງບໍລິເວນຂອງຂໍ້ຕໍ່ຄາງກະໄຕ
  • ແຂ້ວຫຼືວັດສະດຸອັດແຂ້ວມີການສືກ ຫຼື ມີຮອຍແຕກ

 

ຖ້ານອນກັດແຕ່ບໍ່ຕ້ອງການໃສ່ໄນກາດ, ຈະສົ່ງຜົນເສຍແນວໃດ?
ຖ້າຫາກວ່ານອນກັດແຂ້ວແຕ່ບໍ່ຢາກໃສ່ໄນກາດ, ຈະເຮັດໃຫ້ເກີດຜົນເສຍໃນການປວດຂໍ້ຕໍ່ ຂອງຄາງກະໄຕ. ກ້າມເນື້ອບົດຄ້ຽວ ອາດຈະເຮັດໃຫ້ເກີດແຂ້ວແຕກ ແລະ ມີບັນຫາໃນຊ່ອງປາກຕາມມາໄດ້.