Oral-Surgery-sub-lao-02

ການລົກແຂ້ວ

ແຂ້ວຊາວແມ່ນຫຍັງ?

ແຂ້ວຊາວເປັນແຂ້ວຊາວເຫຼັ້ມສຸດທ້າຍທີ່ບໍ່ສາມາດຂື້ນໃນຊ່ອງປາກໄດ້ຕາມປົກກະຕິ. ມັກຈະເຮັດໃຫ້ເກີດອາການເຈັບແລະ ນຳໄປສູ່ການຕິດເຊື້ອສ່ວນຫຼາຍທ່ານໝໍຈະແນະ ນຳໃຫ້ຜ່າແຂ້ວຊາວອອກ

ຂັ້ນຕອນຂອງການຜ່າແຂ້ວຊາວ

 

1. X-ray ເພື່ອກວດເບິ່ງຕຳແໜ່ງ ແລະ ລັກສະນະຂອງແຂ້ວຊາວ
2. ສັກຢາຊາເພື່ອຫຼຸດຜ່ອນອາການເຈັບໃນໄລຍະຜ່າຕັດ

3. ທ່ານໝໍອາດຈຳເປັນຕ້ອງໄດ້ຜ່າເຫງືອກທີ່ປົກຄຸມແຂ້ວເລັກນ້ອຍ.

4. ຈາກນັ້ນມັນອາດຈະມີການກໍກະດູກທີ່ປົກຄຸມແຂ້ວຊາວອອກ

 

5. ທ່ານໝໍຈະນຳເອົາແຂ້ວຊາວອອກມາ

6. ການຍິບບາດຈະເຮັດໃຫ້ການລົດຂອງເລືອດອອກແລະຮັກສາບາດປິດຢູ່ກັບທີ່ ເພື່ອການເຊົາຂອງບາດຈະໄວ້ຂື້ນ

7. ແນະນຳ ໃຫ້ກັດຜ້າກ໊ອດແໜ້ນໆ ປະມານ 2-3 ຊົ່ວໂມງຈົນກວ່າເລືອດຈະເຊົາແລະແນະ ນຳ ໃຫ້ເບິ່ງແຍງຫລັງຈາກຜ່າຕັດ.

ໄລຍະເວລາຂອງການຜ່າຕັດແຂ້ວຊາວ

ການຜ່າແຂ້ວຊາວຈະໃຊ້ເວລາປະມານ 1-2 ຊົ່ວໂມງ ຂື້ນຢູ່ກັບລະດັບຄວາມຍາກ ງ່າຍ

 

ການເບິ່ງແຍງການຮັກສາຫຼັງການຜ່າຕັດ

  • ຫ້າມອົມເລືອດ ອົມນ້ຳກ້ອນຫຼືຖົ່ມນ້ຳ ລາຍອອກມາ ເພາະມັນອາດຈະເຮັດໃຫ້ມີເລືອດອອກຫຼາຍ
  • ກັດຜ້າກ໊ອດໃຫ້ແໜ້ນ 2-3 ຊົ່ວໂມງ ຖ້າຍັງມີເລືອດໄຫຼໃຫ້ປ່ຽນຜ້າກ໊ອດໃໝ່ື ແລະ ກັດແຫນ້ນໆ ຈົນກ່ວາເລືອດຢຸດໄຫຼ
  • ລົດອາການບວມໂດຍການນຳເຈວປະຄົບ ໃນ 2-3 ມື້ ທຳ ອິດ.
  • ຖູແຂ້ວຕາມປົກກະຕິ, ແຕ່ຫລີກລ້ຽງບໍລິເວນບາດແຜ
  • ກິນອາຫານເບົາໆ ບໍ່ຮ້ອນຫລືເຢັນເກີນໄປ ແລະ ອາຫານເຜັດໃນ 2-3 ມື້ ທຳ ອິດ
  • ເຊົາສູບຢາ ແລະ ດື່ມເຫຼົ້າເພາະມັນຈະເຮັດໃຫ້ເກີດການອັກເສບ.
  • ຖ້າມີເລືອດໄຫຼຜິດປົກກະຕິ ຫຼືມີອາການໃຄ່ບວມ ຄວນໄປຫາໝໍທັນທີ

ຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ບໍ່ຜ່າແຂ້ວຊາວໄດ້ບໍ?
ໂດຍປົກກະຕິແລ້ວການຜ່າຕັດແຂ້ວຊາວຈະເຮັດເມື່ອແຂ້ວຊາວຢູ່ໃນ ຕຳແໜ່ງທີ່ບໍ່ຖືກຕ້ອງ ຫລື ຜິດປົກກະຕິ. ເຊິ່ງສາມາດເຮັດໃຫ້ເກີດການຕິດເຊື້ອຂອງເຫງືອກແລະກະດູກທີ່ອ້ອມຮອບແຂ້ວຫລືແຂ້ວແມງເນື່ອງຈາກຕຳແໜ່ງທີ່ແຂ້ວຊາວ ເພື່ອປ້ອງກັນການແຜ່ກະຈາຍຂອງການຕິດເຊື້ອຮຸນແຮງ
ການຜ່າແຂ້ວຊາວເຈັບບໍ?
ແນ່ນອນ, ການຜ່າຕັດແຂ້ວຊາວແມ່ນສິ່ງທີ່ຫລີກລ້ຽງອາການເຈັບປວດບໍ່ໄດ້. ແຕ່ທ່ານໝໍສາມາດບັນເທົາອາການເຈັບໄດ້ໂດຍການໃຊ້ຢາຊາ ຫຼື ຢາສະລົບກ່ອນການຜ່າຕັດ ແລະການໃຫ້ຢາແກ້ປວດຫລັງການຜ່າຕັດ, ແລະອື່ນໆເປັນຕົ້ນ