orthodontics-submain-lao-01

ການຮັກສາຮາກແຂ້ວ

ການດັດແຂ້ວແບບດາມ້ອນຄືຫຍັງ?

 ການດັດແຂ້ວແບບດາມ້ອນເປັນການດັດແຂ້ວແບບບໍ່ຕ້ອງຮັດຍາງ (Selt-ligating Bracket) ແຕ່ເປັນທີ່ຮູ່ຈັກກັນຍ່າງແພຫຼາຍຄືຍີຫໍ້ Damon ເປັນເຄື່ອງມືດັດແຂ້ວທີ່ບໍ່ຕ້ືງໃສ່ຢາງຮັດແຂ້ວ ມີທັງຊະນິດໂລຫະ ແລະ ເຊລະມີກສີຄືແຂ້ວ ໂດຍຕົວເຄື່ອງມືຈະມີໜ້າຕ່າງເປິດປິດສຳລັບໃສ່ລວດ ໃຫ້ເກິດແຮງສຽດທານສລະຫວ່າງການເຄື່ອນແຂ້ວຕ່ຳກ່ວາເຄື່ອງມືປະເພດໃຊ້ຢາງມັດ ສົ່ງຜົນໃຫ້ເຄື່ອນແຂ້ວໄດ້ໄວຂື້ນ ແລະຍັງເປັນລະບົບດັດແຂ້ວທີ່ຊ່ວຍຫລຸດລະຍະເວລາໃນການຮັກສາໃຫ້ນ້ອຍລົງກວ່າເວລາທີ່ຕ້ອງໃຊ້ໃນການດັດແຂ້ວປົກກະຕິ ຫລຸດຄວາມເຈັບປວດໃນການຮັກສາໄດ້ເປັນຍ່າງດີ

ການດັດແຂ້ວແບບດາມອນມີຫຼັກການແນວໃດ

ການດັດແຂ້ວດາມອນເປັນແບບຕິດແໜ້ນຍຶດກັບແຂ້ວໂດຍການໃຊ້ເທັກໂນໂລຢີລະບົບຍຶດລວດດ້ວຍຕົວເອງ ເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ຢາງດັດແຂ້ວໃນການດຶງ ຖືກອອກແບບສຳລັບຄົນເຮົາ ມີຂະຫນາດນ້ອຍໃຊ້ແຮງສຽດຖານຫນ້ອຍ ແລະ ໃຊ້ເວລາໃນການຮັກສາໄວຂຶ້ນ ເຊິ່ງເຮັດໃຫ້ຜົນໄດ້ຮັບມີປະສິທິພາບ ເຫມາະກັບຊ່ອງປາກ ແລະ ໃບຫນ້າແຕ່ລະບຸກຄົນ
ປະເພດຂອງການດັດແຂ້ວດາມອນ
  1. Damon Bracesເຮັດໃຫ້ມາຈາກໂລຫະຊະນິດພິເສດ ມີສີແບບໂລຫະເຮັດໃຫ້ເຄື່ອງມືການດັດແຂ້ວຊັດເຈນ
  2. Damon Clearເຮັດມາຈາກເຊລາມິກ ມີສີຂາວຂຸ່ນຄືກັນກັບສີແຂ້ວ ເຮັດໃຫ້ເບິ່ງເຫັນໄດ້ຍາກແທບສັງເກດບໍ່ອອກວ່າກຳລັງດັດແຂ້ວ


ຂັ້ນຕອນການດັດແຂ້ວແບບດາມອນ

  • ປຶກສາແພດເພື່ອວ່າງແຜນການດັດແຂ້ວ
  • ແພດຈະບັນທຶກປະຫວັດກ່ອນການດັດແຂ້ວ ໂດຍການ X-Ray ຖ່າຍພາບ ແລະ ພິມປາກ
  • ເຄຍ່ຊ່ອງປາກ ຊິງທັນຕະແພດຈະກວດເບິ່ງວ່າຄວນເຄຍຊ່ອງປາກແບບໃດ ເຊັ່ນ ຂູດຫີນປູນ ອຸດແຂ້ວ ຖອນແຂ້ວຊາວ ເປັນຕົ້ນ
  • ແພດຕິດເຄື່ອງມືດັດແຂ້ວ ບາງກໍລະນີທັນຕະແພດສາມາດຕິດເຄື່ອງມີທັງເທິງ-ລຸ່ມໄດ້ ແຕ່ໃນກໍລະນີແຂ້ວດ້ານລຸ່ມຄອບແຂ້ງເທິງ ຫລື ເທິງຄອບແຂ້ວລຸ່ມຫລາຍເກີນໄປ ແພດອາດຈຳເປັນຕ້ອງໄດ້ຕິດເຄື່ອງມືໄດ້ດ້ານດຽວໄປກ່ອນ ເພື່ອໃກ້ມີພືນທີຮອງຮັບການສົບແຂ້ວ
  • ແພດຈະນັດມາປັບເຄື່ອງມືດັດແຂ້ວຕາມການນັດຫມາຍ
  • ແພດຈະຖອດເຄື່ອງມືດັດແຂ້ວແລ້ວພິມປາກເພື່ອເຮັດເຄື່ອງມືຄົງສະພາບແຂ້ວ ຫລື ລີເທນເນີ

ໄລຍະເວລາການດັດແຂ້ວແບບດາມອນ

ການດັດແຂ້ວແບບດາມອນໃຊ້ເວລາ 1-3 ປີ ຂຶ້ນຢູກັບສະພາບແຂ້ວຂອງແຕ່ລະຄົນ

ອາຍຸການໃຊ້ງານ

ການດັດແຂ້ວແບບດາມອນໃຫ້ຜົນຮັບການດັດແຂ້ວທີ່ຖາວອນ ແຕ່ຕ້ອງໃສ່ເຄື່ອງມືຄົງສະພາບແຂ້ວ ຫລື ລີເທນີ ຫລັງການດັດແຂ້ວ ແລະການດູແລການຮັກສາສຸຂະພາບແຂ້ວ

ຜົນຂອງການດັດແຂ້ວແບບດາມອນ

  • ເຄື່ອງມືດັດແຂ້ວແບບດາມອນບໍ່ຕ້ອງໃຊ້ຢາງຫັດ ຫລື ລວດຄຶງໄວ້ ເຮັດໃຫ້ເຮັດໃຫ້ບໍ່ຮູ້ສຶກເຖິງຄວາມປວດຕຶງຄືກັບແບບທົ່ວໆ ໄປ
  • ການດັດແຂ້ວແບບດາມ້ອນໄດ້ຮັບການຮອງຮັບຈາກທັນຕະກຳ ວ່າເປັນການຮັກສາທີ່ຈະຊ່ວຍຈັດຮຽງແຂ້ວແລະຊ່ວຍໃຫ້ໂຄງໜ້າສວຍງາມຂື້ນ ໂດຍແທບບໍ່ຕ້ອງຖອນແຂ້ວຫຼືຂະຍາຍກະດູກ

ການດູແລຮັກສາການດັດແຂ້ວແບບດາມອນ

  1. ແປງແຂ້ວດ້ວຍແປງສີແຂ້ວສຳລັບຄົນດັດແຂ້ສຍ່າງນ້ອຍມື້ລະ 2 ເທື່ອ
  2. ໃຊ້ໄໝຂັດແຂ້ວແລະນ້ຳຍາບ້ວນປາກໃນການຊ່ວຍຮັກສາຄວາມສະອາດຊ່ອງປາກ
  3. ພົບທັນຕະແພດເພື່ອປັບເຄື່ອງມືຕາມທີ່ທັນຕະແພດນັດໝາຍ
  4. ໃສ່ເຄື່ອງມືຄົງສະພາບແຂ້ວຫຼືລີເທນເນີຕາມຄຳແນະນຳຂອງທັນຕະແພດ
  5. ຫຼັງຈາກດອຸປະກອນດັດແຂ້ວແລ້ວ ແນຳນຳໃຫ້ພົບທັນຕະແພດທຸກໆ 6 ເດືອນ ເພື່ອກວດສຸກຂະພາບຊ່ອງປາກ ແລະການຮຽງຕົວຂອງແຂ້ວ

ຄຳຖາມທີ່ພົບຕະຫຼອດ

ອາຍຸທໍ່ໃດຈືງດັດແຂ້ວແບບດາມ້ອນໄດ້?
ການດັດແຂ້ວແບບດາມອນ ເປັນການດັດແຂ້ວທີ່ສາມາດເຮັດໄດ້ຕັ້ງແຕ່ 12 ປີຂື້ນໄປ ເພື່ອໃຫ້ແຂ້ວແທ້ຂື້ນຄົບ ຊື່ງໃນໄວຜູ້ໃຫຍ່ອາດມີການເຄື່ອນຕົວຂອງແຂ້ວທີ່ຊ້າກົ່ວໄວເດັກ ຫຼືໄວລຸ້ນ
ດັດແຂ້ວແບບດາມ້ອນບໍຸ່ອນແຂ້ວໄດ້ບໍ່?
ການດັດແຂ້ວແບບດາມ້ອນ ເປັນການດັດແຂ້ວທີ່ສາມາດໃຊ້ວິທີການຂະຍາຍພື້ນທີ່ການລຽງຕົວຂອງແຂ້ວອອກໄປໄດ້ ເຮັດໃຫ້ການຖອນແຂ້ວເພື່ອຫາຊ່ອງວາ່ງມີນ້ອຍລົງ ສ່ວນໃຫຍ່ຈື່ງບໍ່ຄ່ອຍມີການຖອນແຂ້ວ
ການດັດແຂ້ວແບບດາມອນແຕກຕາ່ງຈາກການດັດແຂ້ວແບບໂລຫະແແນວໃດ?
ການດັດແຂ້ວແບບດາມອນ ເປັນການດັດແຂ້ວຊະນິດແບບຕິດແນ່ນຄືກັນກັບການດັດແຂ້ວແບບໂລຫະ ແຕ່ການດັດແຂ້ວແບບດາມອນເປັນການດັດແຂ້ວໂດຍການໃຊ້ເທັກໂນໂລຍີລະບົບຍືດລວດດ້ວຍຕົວເອງ ເຮັດໃຫ້ບໍ່ຈຳເປັນນຕ້ອງໃຊ້ຢາງດັດແຂ້ວໃນການຮັກສາ ຖືກອອກແບບມາສະເພາະບຸກຄົນ ເກິດແຮງສຽດທານນ້ອຍ ແລະໃຊ້ເວລາໃນການຮັກສາວອງໄວ ຊື່ງການດັດແຂ້ວແບບໂລຫະ ຈະເປັນການໃຊ້ຍາງດັດແຂ້ວ (O-ring) ເພື່ອເຮັດໃຫ້ການເຄື່ອນຕົວຂອງແຂ້ວເປັນໄປຕາມແຜນການຮັກສາຕ້ອງມີການປັບອຸປະກອນທຸກໆ 1 ເດືອນ