restorative-submain-lao-01

ການອັດດ້ວຍວັດສະດຸສີເໝືອນຟັນ

ການອັດດ້ວຍວັດສະດຸສີເໝືອນຟັນ(Tooth colored filling) ຄືການໃຊ້ວັດສະດຸອັັດແຂ້ວຄອມໂຟສິດເລຊິນທີ່ມີສີເໝືອຟັນ ຊ້ອມແຊມແຂ້ວທີ່ຜຸ ບິນ ແຕກ ປ່ຽນສີ ຫຼື ປິດຊ່ອງຫ່ວາງລະຫ່ວາງແຂ້ວໂດຍສາມາດເລືອກສີໃຫ້ຄືແຂ້ວໄດ້ຈື່ງນິຍົມ

ປັນຫາແບບໃດທີ່ຕ້ອງອັດແຂ້ວ?

  • ປັນຫາແຂ້ວຜຸ
  • ປັນຫາແຂ້ວສຶກ
  • ປັນຫາການເກີດອຸບັດຕິເຫດທີ່ເຮັດໃຫ້ແຂ້ວແຕກ ຫຼື ບິ່ນ
  • ປັນຫາວັດສະດຸອັດເກົ່າຫຼຸດຫຼືບິ່ນ

ຂັ້ນຕອນການຮັກສາ

  1. ທ່ານໝໍໄດ້ທຳການກວດແຂ້ວ ແລະ ອາດມີ X-Ray ເຂົ້າມາຊ່ວຍໃນການວິນິດໄສເພີ່ມເຕີມ
  2. ທ່ານໝໍທຳການຮັກສາກໍແຂ້ວບໍລິເວນທີ່ຜຸ ຫຼື ປ່ຽນເນື້ອແຂ້ວໃນສ່ວນທີ່ແຂງແຮງໄວ້ເພື່ອຍຶດວັດສະດຸອຸດແຂ້ວ
  3. ທ່ານໝໍທຳການອັດແຂ້ວອາດມີການໃຊ້ສານຍຶດຕິດເພື່ອໃຫ້ວັດສະດຸຍຶດຕິດກັບຕົວແຂ້ວສານບາງສະນິດ ຕ້ອງໃຊ້ແສງສາຍລົງໃນວັດສະດຸເພື່ອໃຫ້ເກີດການແຂງຕົວແລະທຳການຂັດແຂ້ວເພື່ອໃຫ້ຜິວແຂ້ວຮຽບນຽນ
  4. ທ່ານໝໍຈະໃຫ້ຄົນໃຂ້ລອງຍໍ້າກັດ ຫຼື ສອບຖາມຄວາມຮູ້ສຶກຂອງຄົນໃຂ້ວ່າມີອາການປົກກະຕິບໍລິເວນທີ່ອັດໄປຫຼືບໍ

ໄລຍະເວລາໃນການອັດແຂ້ວດ້ວຍວັດສະດຸສີ

ການອັດແຂ້ວໃຊ້ໄລຍະເວລາປະມານ 1-2 ຊົ່ວໂມງ ຊື່ງຂື້ນຢູ່ກັບຄວາມຢາກງ່າຍຂອງແຕ່ລະບຸກຄົນອາຍຸການໃຊ້ງານຂອງການອັດແຂ້ວ

ອາຍຸການໃຊ້ງານຂອງການອັດແຂ້ວດ້ວຍວັດສະດຸສີເໝືອນຟັນ

ການອັດແຂ້ວດ້ວຍວັດສະດຸສີເໝືອນແຂ້ວສາມາດຢູ່ໄດ້ດົນເຖິງ 10 ປີ ຫຼື ກ່ວານັ້ນຂື້ນກັບຢູ່ກັບການເບິ່ງແຍງການຮັກສາ ແລະ ການພົບທ່ານໝໍເພື່ອກວດເຊັກວດເຊັກເປັນຈຳ

ຜົນລັບຂອງການອັດແຂ້ວດ້ວຍວັດສະດຸສີເໝືອນແຂ້ວ

  • ມີຄວາມສວຍງາມເບິ່ງເປັນທຳມະຊາດ
  • ມີຄວາມແຂງແຮງເພື່ອທີ່ຈະຮັບແຮງບົດຄ້ຽວໄດ້
  • ການສູນເສີຍເນື້ອແຂ້ວເພື່ອໃນການກມອັດນ້ອຍກ່ວາອາມັນກໍ້າ
  • ວັດສະດຸບໍ່ນຳຄວາມຮ້ອນຈື່ງບໍ່ສາມາດເຮັດໃຫ້ການສຽວແຂ້ວ ເມື່ອກີນຂອງຮ້ອນ ຫຼື ເຍັນ

ບໍ່ມີສານ ການເບິ່ງແຍງການຮັກສາ

  • ກໍລະແຂ້ວດ້ານໜ້າບໍ່ຄວນໃຊ້ກັດ ອາຫານທີ່ມີລັກສະນະແຂງ
  • ແປງແຂ້ວຢ່າງນ້ອຍມື້ລະ 2 ຄັ້ງ
  • ໃຊ້ໄໝຂັດຟັນ ແລະ ນໍ້າຢາບ້ວນປາກ
  • ພົບທ່ານໝໍເພື່ອກວດວັດສະດຸອັດ ແລະ ຊ່ອງປາກ ທຸກໆ 6ເດືອນ

ຄຳຖາມທີ່ພົບຕະຫຼອດ

ອັດແຂ້ວສ້ຽວແຂ້ວຫຼາຍບໍ?
ການອັດແຂ້ວອາດຈະມີການສ້ຽວແຂ້ວເນື່ອງຈາກຕຳແໝ່ງທີ່ແຂ້ວຢູ່ໃກ້ໂພ່ງປະສາດ ຫຼື ແຂ້ວຜຸເລີກເຊິ່ງທ່ານໝໍຈະແກ້ໄຂໂດຍການໃຊ້ຢາຊາເພື່ອເຮັດອາການສ້ຽວແຂ້ວໜ້ອຍລົງ

ອັດແຂ້ວສີເງິນ (ອາມັນກໍ້າ) ຢູ່ປ່ຽນສີເປັນອັດແຂ້ວດ້ວຍວັດສະດຸສີເໝືອນຟັນໄດ້ບໍ?

ຫາກມີການອັດແຂ້ວແບບສີເງິນຫຼືອັດດ້ວຍວັດສະດຸອາມັນກໍ້າແລ້ວສາມາດປ່ຽນເປັນວັດສະດຸສີເໝືອນຟຜນໄດ້ໂດຍທ່ານໝໍຈຳເຮັດການລື້ວັດສະດຸເກົ່າອອກແລ້ວທຳການທົດແທນດ້ວຍວັດສະດຸສີເໝືອນຟັນໄດ້ເຊິ່ງເຮັດໃຫ້ຄືເປັນທຳມະຊາດ