Aesthetic-Dentistry-submenu-01

ການອຸດປິດຊ່ອງແຂ້ວລະຫວ່າງແຂ້ວດ້ວຍວັດສະດຸສີຄືກັນກັບແຂ້ວ

ປິດຊ່ອງແຂ້ວຫ່າງດ້ວຍວັດສະດຸສີຄືກັນກັບແຂ້ວເຮັດແນວໃດ ?

            ການອຸດປິດຊ່ອງຫວ່າງລະຫວ່າງແຂ້ວ ເປັນການໃຊ້ວັດສະດຸອຸດແຂ້ວທີມີສີຄືກັບແຂ້ວ ອຸດເຕີມຂະຫນາດຂອງແຂ້ວໃຫ້ມີຂະຫນາດໃຫຍຂື້ນ ເຊິງສາມາດເຮັດໂດຍບໍຕ້ອງມີການເຈ່ຍແຂ້ວເລີຍ ຫລືເຈ່ຍຜິວແຂ້ວພຍງເດັກນ້ອຍ

ສາເຫດຂອງແຂ້ວຫ່າງ

    1. ຂະຫນາດຂອງແຂ້ວ ແລະ ຂະຫນາດຂອງຂາກັນໄກບໍ່ສົມດູນກັນ
    2. ພຶດຕິກຳບາງຢ່າງ ເຊັ່ນ ການເອົາລິ້ນດັນແຂ້ວ ເວາລາກືນ ຫລືການດູດນິວຕອນເດັກ
    3. ການສູນເສຍແຂ້ວກ່ອນກຳນົດ ຫລື ແຂ້ວແທ້ບໍຂຶນໃນຊ່ອງປາກ ເຮັດໃຫ້ຊ່ອງບໍລິເວນນັ້ນ ແຂ້ວລົ້ມຫລືມີອາການ ເຄື່ອນທີຂອງແຂ້ວໃນຕຳແຫນ່ງໃກ້ຄຽງ
    4. ເອັນຍຶດຫ້ອງເຫງືອກມີຂະຫນາດໃຫຍ່ ຫລື ໃກ້ແຂ້ວຫລາຍເກີນໄປເນື່ອງຈາກແຂ້ວຫ່າງເກີດໄດ້ຈາກສາເຫດ ດັງນັ້ນ ວິທີການແກ້ໄຂກໍຈະແຕກຕ່າງກັນໄປຫາກສາເຫດຂອງແຂ້ວຫ່າງນັ້ນບໍ່ຊ້ອນ ສາມາດແກ້ໄຂ້ດ້ວຍການອຸດປິດຊ່ອງດ້ວຍວັດສະດຸສີຄືກັນກັບແຂ້ວ

ຂັ້ນຕອນການປິດຊ່ອງແຂ້ວດ້ວຍການອຸດແຂ້ວ

 1 ທັນຕະແພດຈະເຮັດການກວດເຊັກແຂ້ວຂອງຄົນໄຂ້ວ່າແຂ້ວນັ້ນມີບັນຫາຫລາຍນ້ອຍປານໃດ​ ແລະສາມາດໃຊ້ການອຸດແຂ້ວຮັກສາໄດ້ຫຼືບໍ່
2 ເຮັດການກໍຜິວແຂ້ວພຽງເລັກນ້ອຍ  ເພື່ອໃຫ້ເກິດຄວາມສວຍງາມເບິ່ງສົມດຸນກັນຂອງແຂ້ວແຕ່ລະເຫຼັ້ມ
3 ໃສ່ວັດສະດຸອຸດແຂ້ວສີຄືແຂ້ວໃນບໍລິເວນຊ່ອງແຂ້ວທີ່ຫ່າງ​ເຊິງຈະມີຄວາມສວຍງາມແລະເບິ່ງເປັນທຳມະຊາດຫຼາຍກ່ວາວັດສະດຸອື່ນ
4 ທັນຕະແພດເຮັດການຂັດແລະຕົກແຕ່ງວັດສະດຸອັດແຂ້ວໃຫ້ສວຍງາມ

ລະຍະເວລາໃນການຮັກສາ

    ການອຸດປິດຊ່ອງວ່າງລະຫວ່າງແຂ້ວໃຊ້ລະຍະເວລາໃນການເຮັດ 45-60 ນາທີ​ ຂື້ນຍູ່ກັບຄວາມຍາກງ່າຍຂອງແຕ່ລະບຸກຄົນ

ອາຍຸການໃຊ້ງານການອຸກປິດຊ່ອງວ່າງລະຫວ່າງແຂ້ວ

    ການອຸດປິດຊ່ອງວ່າງລະຫວ່າງແຂ້ວມີອາຍຸປະມານ 5-10 ປີຂື້ນໄປຍູ່ກັບການດູແລຮັກສາ

ການດູແລຫຼັງຈາກອຸດແຂ້ວ

1 ລະມັດລະວັງທີ່ຈະບໍ່ໃຊ້ແຂ້ວໜ້າກັດ ອາຫານແຂງ
2 ໃຊ້ໄໝຂັດຟັນເຮັດຄວາມສະອາດ ໂດຍສະເພາະບໍລິເວນຊອກແຂ້ວທີ່ຍູ່ໃກ້ກັບວັດສະດຸອຸດແຂ້ວ

ຄຳຖາມທີ່ໄດ້ຍິນຕະຫຼອດ

 ແຂ້ວຫ່າງແຕ່ບໍ່ຢາກອຸດປິດຊ່ອງວ່າງລະຫວ່າງແຂ້ວສາມາດໃຊ້ວິທີອື່ນໄດ້ບໍ່?

ສາມາດເຮັດໄດ້ໂດຍການເຄືອບແຂ້ວທຽມ (Veneer)​ ຫຼືການດັດແຂ້ວ