Aesthetic-Dentistry-submenu-02

ຝອກສີແຂ້ວ

ຟອກສີແຂ້ວຄືຫຍັງ?

ການຟອກສີແຂ້ວ​ ເປັນການເຮັດໃຫ້ແຂ້ວເຫຼືອງຫຼືສີຂອງແຂ້ວທີ່ບໍ່ສະໝ່ຳສະເໝີ ຊື່ງອາດເກີດຈາກອາຍຸຫຼາຍຂື້ນຄາບຈາກການກິນອາຫານເເລະເຄື່ອງດື່ມ ຄາບຢາສູບການໃຊ້ຢາແລະສານເຄມີ ລວມໄປຖືງການເກິດອຸບັດຕິເຫດ ໃຫ້ກັບມາເປັນສີຂາວ ເຮັດໃຫ້ແຂ້ວເບິ່ງສະອາດເສີມສ້າງບຸກຄະລິກແລະມີຮອຍຍິ້ມທີ່ສົດໃສອີກດ້ວຍ

ປະເພດການຟອກສີແຂ້ວ

ການຟອກສີແຂ້ວທີ່ບ້ານດ້ວຍຕົນເອງ

ການຟອກສີແຂ້ວທີ່ຄລິນິກໂດຍທັນຕະແພດ

ການຟອກສີແຂ້ວດວ້ຍຕົນເອງ

       ການຟອກສີແຂ້ວດ້ວຍຕົນເອງ ຈະເປັນການນຳອຸປະກອນແລະນຳຍ່າຟອກສີແຂ້ວໄປເຮັດທີ່ບ້ານ

ຂັ້ນຕອນການຟອກສີແຂ້ວທີ່ບ້ານມີດັງຕໍ່ໄປນີ້

    1. ທັນຕະແພດຈະທຽບສີແຂ້ວແລະພິມປາກເພື່ອເຮັດຖາດຟອກສີແຂ້ວ
    2. ຮັບນ້ຳຍາແລະຖາດຟອກສີແຂ້ວປະມາດ 1-2 ມື້
    3. ປ້າຍນ້ຳຍາເທິງຖານຟອກສີແຂ້ວດ້ານທີ່ສຳຜັດກັນສີແຂ້ວດ້ານໜ້າ ປະມານ1 ເມັດຖົ່ວຂຽວ
    4. ສວມຖານຟອກສີແຂ້ວປະໄວ້ຕາມໄລຍະເວລາທີ່ທັນຕະແພດແນະນຳ ຂື້ນຍູ່ກັບຄວາມເຂັ້ມຂົ້ນຂອງນ້ຳຢາ
    5. ເຮັດຄວາມສະອາດຖານຟອກສີແຂ້ວ ແລະລ້າງນ້ຳຢາອອກຈາກຜິວແຂ້ວ

ລະຍະເວລາການຟອກສີແຂ້ວດ້ວຍຕົນເອງ

           ລະຍະແລກຄວນຟອກສີແຂ້ວທຸກມື້ ແຕ່ຫາກມີອາການສ້ຽວແຂ້ວສາມາດເຮັດມື້ເວັ້ນມື້ໄດ້ ໂດຍຄວນເຮັດຕໍ່ເນື່ອງກັນປະມານ 2-4 ອາທິດ

 

ອາຍຸການໃຊ້ງານການຟອກສີແຂ້ວທີ່ບ້ານດ້ວຍຕົນເອງ

            ການຟອກສີແຂ້ວທີ່ບ້ານດ້ວຍຕົນເອງມີອາຍຸການໃຊ້ງານປະມານ 6-12 ເດືອນ ຂື້ນຍູ່ກັບການດູແລຮັກສາ ຫາກຮູ້ສືກວ່າສີແຂ້ວເລີ່ມປ່ຽນສາມາດເຮັດ ສີແຂ້ວເພິ່ມເຕິມໄດ້

 

ການຟອກສີແຂ້ວທີຄລິນິດໂດຍທັນຕະແພດ

            ການຟອກສີແຂ້ວທີ່ຄລິນິກໂດຍທັນຕະແພດ ຈະເປັນການໃຊ້ລະບົບ Zoom White Speed Teeth Whiteningຊືງເປັນເທັກໂນໂລຍີໃນການຟອກສີ ແຂ້ວທີ່ຊວ່ຍເຮັດໃຫ້ເຫັນຜົນຢ່າງໄວ ມີຄວາມສະດວກສະບາຍ ແລະໃຊ້ລະຍະເວລາບໍ່ດົນ

ຂັ້ນຕອນການຟອກສີແຂ້ວທີ່ຄລິນິກມີດງຕໍ່ໄປນີ້

    1. ທັນຕະແພດຈະເຮັດການຂັດແຂ້ວທຽບສີແຂ້ວແລະຖ່າຍຮູບກ່ອນເລິ່ມການຟອກສີແຂ້ວ
    2. ທັນຕະແພດຈະໃສ່ເຄື່ອງມືແລະວັດສະດຸເພື່ອປ້ອງກັນລີ້ມ, ຮິມປາກ, ເຫງືອກ ແລະເນື້ອເຍື້ອອ່ອນຕ່າງໆ
    3. ທານ້ຳຢາຟອກສີແຂ້ວລົງເທິງຜິວແຂ້ວ
    4. ສາຍແສງເພື່ອກະຕຸ້ນການເຮັດວຽກຂອງນ້ຳຍາ ໂດຍຈະສາຍແສງທັງໝົດ 3 ຮອບ ຮອບລະ 15 ນາທີ
    5. ທັນຕະແພດຈະລ້າງນ້ຳຢາ ແລະ ວັດສະດຸທີ່ໃຊ້ກັນເນື້ອເຍື້ອຕ່າງໆ ອອກ ເຮັດການຖ່າຍຮູປແລະທຽບສີແຂ້ວ ພາຍຫຼັງຈາກຟອກສີແຂ້ວເສັດຮຽບຮ້ອຍ

ລະຍະເວລາໃນການຟອກສີແຂ້ວແບບ ZoomZoom

           ໃຊ້ເວລາປະມານ45 ນາທີ - 1 ຊົ່ວໂມງ ສາມາດເຫັນຜົນໄດ້ໃນທັນທີຫຼັງຟອກສີແຂ້ວແລ້ວ

ເປັນຫຍັງTDH ເຖິງເລືອກ Zoom

           Zoom White Speed Teeth Whitening ເປັນນະວັດຕະກຳຂອງການຝອກສີແຂ້ວ ທີຖືກພັດທະນາຂຶ້ນໂດຍ ບໍລິສັດ Phillips USA ແລະ ບໍລິສັດວິໄຈຂັ້ນນຳເປັນເທັກໂນໂລຢີທີມີປະສິດທິພາບສູງຈາກອາເມລິກາ ໂດຍໃຊ້ຫລັກການໃນການສາຍແສງ LED ທີ່ສາມາດປັບຄວາມເຂັມໄດ້ 3 ລະດັບຕາມຄວາມເຫມາະສົມເພື່ອກະຕຸ້ນການເຮັດວຽກຂອງນ້ຳຢາຝອກສີແຂ້ວ ເຮັດໃຫ້ເມັດສີແຕກຕ່າງຢ່າງໄວວາ ແລະ ປະສິດທິພາບໄດ້ຖືກຍອມຮັບຈາກໂຮງຫມໍ ແລະ ຄຣີນິກຂັ້ນນຳຕ່າງໆ ໃນທົ່ວໂລກມີຄວາມປອດໄພສາມາດປັບປ່ຽນເກດສີແຂ້ວໄດ້ເຖິງ 8 ສີເຮັດໃຫ້ແຂ້ວຂາວເປັນທຳມະຊາດກ່ວາຊະນິດອື່ນ ໃຊ້ເວລາສັ້ນ ບໍ່ສົງຜົນກະທົບຕໍ່ຜູ້ໃສແຂ້ວປອມ,ວີເນຍ ຫລື ວັດສະດຸອຸດແຂ້ວ

ການເບິ່ງແຍ້ງຫລັງການຝອກສີແຂ້ວ

    1. ຫລີກລ່ຽງອາຫານແລະເຄື່ອງດືມ ເຊັ່ນ: ຊາ, ກາເຟ,ນ້ຳອັດລົມ ເປັນຕົ້ນ
    2. ຫລີກລ່ຽງການສູບຢາ
    3. ເຮັດຄວາມສະອາດແຂ້ວຕາມປົກກະຕິ

ຂໍ້ຄວນລະວັງ ( ໃຜແດ່ທີ ບໍຄວນຝອກສີແຂ້ວ)

    1. ຜູ້ທີມີອາຍຸຕຳກວ່າ 14 ປີ ເພາະອາດສົ່ງຜົນສ່ຽງ ເນື່ອງຈາກໂຜ້ງປະສາດຍັງບໍ່ແຂ້ງແຮງ
    2. ແມ່ຍິງກຳລັງທ້ອງ ຫລື ໃຫ້ນົມລູກ
    3. ຜູ້ທີມີບັນຫາໂລກເຫງືອກ
    4. ຜູ້ມີບັນຫາຊ່ອງປາກ ແລະ ແຂ້ວ

ຄຳຖາມທີໄດ້ເຫັນຕະຫລອດ

Q : ຝອກສີແຂ້ວເຮັດໃຫ້ສ້ຽວແມ່ນແທ້ບໍ່?
A : ສຳລັບການຝອກແບບ Zoom Whitening Teeth Whitening ເມື່ອປຽບທຽບປະສິດທິພາບການຫລຸດການສ້ຽວແຂ້ວກັບຍີ່ຫໍອື່ນແລ້ວຈະມີການສ້ຽວແຂ້ວຫນ້ອຍກ່ວາ ເຊິ່ງໄດ້ຮັບຮອງຈາກສະຖາບັນ ແລະ ນັກວິໄຈມະຫາວິທະຍາໄລອີກດ້ວຍ

 

Q : ຝອກສີແຂ້ວຢູ່ໄດ້ດົນປານໃດ ?
A : ການຝອກສີແຂ້ວຈະຢູ່ດົນແມ່ນຂຶ້ນກັບການດູແລຮັກສາ ເຊັ່ນ ການຮັບປະທານອາຫານ ການສູບຢາ ແລະການຮັກສາທີດີກໍຈະສາມາດເຮັດໃຫ້ແຂ້ວຂາວໄດ້ດົນຂຶ້ນອີກດ້ວຍ
Q : ຫຼັງຟອກສີແຂ້ວກີນໄດ້ປົກກະຕິບໍ່?
A : ຫຼັງຟອກສີແຂ້ວສາມາດກີນອາຫານໄດ້ຕາມປົກກະຕິ ແຕ່ຫາກມີອາການສ້ຽວແຂ້ວໃຫ້ງົດອາຫານແລະເຄື່ອງດື່ມທີ່ຮ້ອນຫຼືເຢັນຈົນເກິນໄປທັງນີ້ຄວນຫຼີກລ້ຽງເຄື່ອງດືມຫຼືອາຫານປະເພດ ຊາກາເຟ ນ້ຳອັດລົມ ວາຍ ທີ່ເຮັດໃຫ້ມີຄາບສີມາຕິດພາຍນອກແຂ້ວ ແລະ ງົດສູບຍາ ເປັນຕົ້ນ
Q : ດັດແຂ້ວຍູ່ຟອກສີແຂ້ວໄດ້ບໍ່?
A : ສຳລັບການດັດແຂ້ວຢູ່ຍັງບໍ່ແນະນຳໃຫ້ເຮັດການຟອກສີແຂ້ວ ເນື່ອງຈາກມີເຄື່ອງມືແລະອຸປະກອນຕິດຍູ່ເຮັດໃຫ້ບໍ່ສາມາດຟອກສີແຂ້ວໄດ້ຢ່າງທົວຖືງ
Q : ຟອກສີແຂ້ວຕ້ອງຂູດຫິນປູນກ່ອນບໍ່?
A : ການຟອກສີແຈ້ວຕ້ອງມີການກຽມຜິວແຂ້ວ ໂດຍການຂູດຫິນປູນແລະຂັດແຂ້ວ ເພື່ອໃຫ້ພ້ອມກັນການຟອກສີແຂ້ວ ຊື່ງຈະເຮັດສະເພາະກໍລະນີທີ່ຄົນໄຂ້ມີຄາບຫິນປູນເທົ່ານັ້ນ