pradit-submenu-lao-02

ຄອບແຂ້ວ

ຄອບແຂ້ວຄືຫຍັງ ?

ການຮັກສາດ້ວຍການຄອບແຂ້ວ ຈະຮັກສາໃນກໍລະນີເມື່ອໂຄງສ້າງຂອງແຂ້ວບໍ່ແຂງແຮງ ເຊັ່ນ ແຂ້ວ ແຕກ ວັດສະດຸອຸດແຂ້ວຂະນາດໃຫຍ່ ແຂ້ວທີ່ເຮັດການຮັກສາຮາກແຂ້ວມາກ່ອນ ຫຼືການໃສ່ຄອບແຂ້ວບົນຕຳແໜ່ງຂອງຮາກແຂ້ວທຽມ ເພື່ອເຮັດໃຫ້ແຂ້ວມີຄວາມແຂງແຮງ ສາມດໃຊ້ຍ້ຳອາຫານຳໄດ້ ແລະສາມາດປັບປຸງຄວາໃສວຍງາມຂອງແຂ້ວໄດ້ອີກດ້ວຍ

ສາເຫດທີ່ຄວນເຮັດຄອບແຂ້ວ

  • ແຂ້ວແຕກ ແຂ້ວຫັກ ເພື່ອເກັບຮັກສາແຂ້ວໄວ້ໃຫ້ໃຊ້ງານໄດ້ຍາວນານຂື້ນ
  • ແຂ້ວແມງໃຫຍ່ແລະຫຼາຍ ເນື້ອແຂ້ວເຫຼືອເລັກນ້ອຍຈືງບໍ່ສາມາດຮັກສາໄດ້
  • ແຂ້ວທີ່ເຄີຍຮັກສາຮາກແຂ້ວມາກ່ອນ ເນື່ອງຈາກແຂ້ວຈະບໍ່ແຂງແຮງຄືກັບແຂ້ວປົກກະຕິ
  • ສີແຂ້ວແລະຮູປຮ່າງແຂ້ວທີ່ບໍ່ສວຍງາມ

ຄອບແຂ້ວມີຈັກຊະນິດ

ວິທີການເລືອກໃຊ້ຂື້ນຍູ່ກັບຫຼາຍປັດໃຈຄວນປືກສາທັນຕະແພດ
  • ຄອບແຂ້ວແບບເຊລະມີກຜະສົມໂລຫະ ສາມາດໃຊ້ໄດ້ທັງແຂ້ວໜ້າແລະແຂ້ວຫຼັງ
  • ຄອບແຂ້ວແບບເຊລະມີກລ້ວນ ເປັນຄອບແຂ້ວທີນິຍົມເຮັດໃນແຂ້ວໜ້າເພາະມີຄວາມສວຍງາມ ຄືແຂ້ວທຳມະຊາດ ມີຄວາມແຂງແຮງ ທົນທານ ສາມາດໃຊ້ຄອບແຂ້ວກາມຫຼັງໄດ້
  • ຄອບແຂ້ວແບບໂລຫະລ້ວນ ມີຄວາມແຂງແຮງ ຮອງຮັບແຮງຍ້ຳໄດ້ດີ ສ່ວນໃຫຍ່ຈະນິຍົມໃຊ້ສັນສາໃນແຂ້ວຫຼັງ

ການນັດໝາຍທຳການຮັກສາ

ການນັດໝາຍຄັ້ງທີ່1
  • ສັກຍາມືນ ກໍແຕ່ງແຂ້ວເພື່ອໃຫ້ມີເນື້ອທີ່ສຳລັບຄອບແຂ້ວ
  • ພິມແຂ້ວ
  • ເລືອກສີແຂ້ວ-ໃສ່ຄອບແຂ້ວຊົ່ວຄາວ
  • ສົ່ງແລປເພື່ອສ້າງຄອບແຂ້ວ
ການນັດໝາຍຄັ້ງທີ່ 2
  • ໃສ່ຄອບແຂ້ວແທ້
ການນັດໝາຍຄັ້ງທີ່3
  • ກວດເຊັກຫຼັງຈາກໃສ່ຄອບແຂ້ວແທ້

ລະຍະເວລາໃນການຄອບແຂ້ວ

          ການຄອບແຂ້ວໃຊ້ລະນະເວລາປະມານ 1-2 ອາທິດ ຂື້ນຍູ່ກັບສະພາບແຂ້ວຂອງແຕ່ລະບຸກຄົນ

ອາຍຸການໃຊ້ງານຂອງຄອບແຂ້ວ

          ການຄອບແຂ້ວມີອາຍຸການໃຊ້ງານ 10-20 ປີ ຂື້ນຍູ່ກັນການດູແລຮັກສາ

ການດູແລຮັກສາ

  • ຫຼິກລ້ຽງການຄ້ຍວຂອງແຂງບໍລິເວນແຂ້ວເຮັດຄອບແຂ້ວ
  • ຄວນສີແຂ້ວຮ່ວມກັບການໃຊ້ໄໝຂັດແຂ້ວ ເພື່ອປ້ອງກັນການເກິດແຂ້ວແມງແລະໂລກເຫງືອກອັກເສບ
  • ພົບທັນຕະແພດທຸກໆ 6 ເດືອນ

ຄຳຖາມທີ່ພົບຕະຫຼອດ

 

ຖືພາເຮັດຄອບແຂ້ວໄດ້ບ?
 ໂດຍປົກກະຕິແລ້ວທັນຕະແພດຈະບໍ່ແນະນຳໃຫ້ເຮັດຄອບແຂ້ວໃນກໍລະນິຖືພາ ຄວນຖ້າເຮັດຫຼັງການເກິດລູກ ເພື່ອລົດຄວາມຄຽດ ຄວາມກັງວົນທີ່ອາດເກິດຂື້ນກັບແມ່ແລະເດັກໃນທ້ອງລະຫວ່າງການເຮັດ

 

ຄອບແຂ້ວເຈັບບໍ່?
ປະຕິເສດບໍ່ໄດ້ວ່າການເຮັດຄອບແຂ້ວນັ້ນບໍ່ມີອາການເຈັບປວດ ແຕ່ສາມາດບັນເທົາໄດ້ດ້ວຍການໃຊ້ຍາມືນລະຫວ່າງການຄອບແຂ້ວ ແລະຫຼັງຈາກຄອບແຂ້ວອາດມີອາການປວດກໍ່ສາມາດກີນຍາແກ້ປວດໄດ້ ຊື່ງອາການປວດມັກຈະບໍ່ຮຸນແຮງຫຼາຍ

 

ມີຄອບແຂ້ວສາມາດດັດແຂ້ວໄດ້ບໍ?
ກໍລະນີຄອບແຂ້ວທັງປາກ ຄວນປ່ຽນການຄອບແຂ້ວຊົ່ວຄາວກ່ອນການດັດແຂ້ວແບບຕິດແຫນ້ນ ແຕ່ຫາກດັດແບບໃສ Invisalign ສາມາດເຮັດໄດ້ໂດຍບໍ່ຕ້ອງປ່ຽນຄອບແຂ້ວ