pradit-submenu-lao-04

ສະພານແຂ້ວ

ຮາກແຂ້ວທຽມແມ່ນຫຍັງ

ຮາກແຂ້ວທຽມ ຄື ໄມເທນ້ຽມສະກູ ທີ່ໄດ້ຮັບການອອກແບບພິເສດ ມີຮູປຮ່າງຄ້າຍຮາກແຂ້ວ ໃຊ້ເພື່ອຍືດກັບກະດູກຂາກັນໄກໃນຕຳແໜ່ງທີ່ແຂ້ວທຳມະຊາດຖືກຖອນອອກໄປ ຊື່ງຮາກທຽມນີ້ສາມາດຍືດໄດ້ກັບຄອບແຂ້ວ ສະພານແຂ້ວ ຫຼື ແຂ້ວປອມຊະນິດຖອດໄດ້ເປັນຍ່າງດີ ສຳລັບການທົດແທ່ນແຂ້ວທີ່ຫາຍໄປດ້ວຍການໃສ່ຮາກທຽມນັ້ນໃຫ້ຜົບຮັບໃກ້ຄຽງແຂ້ວທຳມະຊາດທີ່ສຸດ ທັງຄວາມຮູ້ສືກຈາກການໃຊ້ງານ ແລະຮູປລັກພາຍນອກ ຈືງເປັນການຮັກສາທີໄດ້ຮັບຄວາມນິຍົມຍາ່ງສູງໃນປະຈຸບັນ

ສ່ວນປະກອບຂອງຮາກແຂ້ວທຽມ

  1. ຮາກທຽມ(Fixture)ເຮັດມາຈາກໂລຫະໄທເທນ້ຽມ ມີລັກສະນະຄ້າຍຮາກແຂ້ວ ຝັງຍູ່ໃນກະດູກຂາກັນໄກ ຊື່ງຍືດຕິດໄດ້ຍ່າງແນບແນ່ນ ໂດຍບໍ່ເຮັດໃຫ້ເກິດອາການອັກເສບຂອງເນື້ອເຍື້ອແລະເກິດຜົນຂ້າຄຽງໃດໆ
  1. ເດືອຍຮອງຮັບຄອບແຂ້ວ (Abutment)ເປັນຊິ້ນສ່ວນທີ່ໃຊ້ຍືດກັບຮາກທຽມຫຼັງຈາກຮາກທຽມຍືດຕິດກັບກະດູກຂາກັນໄກໄດ້ດີແລ້ວເພືາອໃຊ້ເປັນທີ່ຮອງຮັບຄອບແຂ້ວຕໍ່ໄປ
  1. ຄອບແຂ້ວ(Crown)ເປັນສ່ວນທີ່ຍູ່ດ້ານບົນຂອງເຫງືອກ ເຮັດມາຈາກເຊລະມີກມີຮູປຮ່າງລັກສະນະແລະສີຄືແຂ້ວທຳມະຊາດ

ຂໍ້ດີຂອງການເຮັດຮາກແຂ້ວທຽມ

  • ສວຍງາມຄືກັນກັບແຂ້ວທຳມະຊາດ
  • ຊ່ວຍຄົງສະພາບກະດູກຂາກັນໄກ
  • ເພີ່ມປະສິດທິພາບໃນການບົດຄ້ຽວ
  • ເພີ່ມປະສິດທິພາບໃນການໃຊ້ງານແລະການຍຶດຕິດຂອງແຂ້ວປອມຊະນິດຖອດໄດ້
  • ໃຊ້ທົດແທນການເຮັດສະພານແຂ້ວໂດຍທີສູນເສຍແຂ້ວຂ້າງດຽວ
  • ມີອາຍຸການໃຊ້ງານທີຍາວນານ
  • ທຳຄວາມສະອາດງ່າຍ
  • ເພີ່ມຄວາມຫມັ້ນໃຈ ແລະ ເພີມບຸກຄະລິກກະພາບ

ຂັ້ນຕອນການເຮັດຮາກແຂ້ວທຽມ

  1. ກວດວິນິໄສ ແລະ ວາງແຜນການຮັກສາ
  2. ການຝັງຮາກແຂ້ວທຍມລົງໄປໃນກະດູກ
  3. ຮອງຮັບຄອບແຂວແລະພິມປາກເພື່ອກຽມໃສ່ຄອບແຂ້ວ
  4. ຍຶດຄອບແຂ້ວ

ໄລຍະເວລາການເຮັດຮາກແຂ້ວທຽມ

          ໃຊ້ເວລາປະມານ 3-6 ເດືອນຂຶ້ນໄປເນື່ອງຈາກຕ້ອງໃຊ້ໄລຍະເວລາໃນການປູກຮາກທຽມ

ອາຍຸການໃຊ້ງານຂອງຮາກແຂ້ວທຽມ

          ຮາກແຂ້ວທຽມມີອາຍຸການໃຊງານຕັ້ງແຕ່ 10 ປີຂຶ້ນໄປຂຶ້ນຢູກັບການຮັກສາ

ຣາກແຂ້ວທຽມທີ TDH ເລືອກໃຊ້

 

 

ການດູແລຮັກສາການເຮັດຮາກແຂ້ວທຽມ

  • ຄວນສີແຂ້ວ ແລະໃຊ້ໄຫມຂັດຟັນຢ່າງນ້ອນມືລະ 2 ຄັ້ງ
  • ຄວນປະຕິຕາມຄຳແນະນຳຂອງແພດຢ່າງເຂັ້ມງວດ
  • ລະວັງບໍ່ໃຫ້ຕິດເຊື້ອ ບໍ່ຕ້ອງບວນປາກແຮງ
  • ງົດສູບຢາແລະດືມນຳ້ທາງຫລອດ ເພາະການດູດມີຜົນຕໍ່ບາດແຜ (ພາຍໃນ 24ຊົ່ວໂມງ)
  • ພົບແພດຕາມນັດ ແລະ ທຸກໆ 6 ເດືອນ

ຄຳຖາມທີ່ພົບເຫັນຕະຫອດ

ຝັງຮາກແຂ້ວທຽມເຈັບບໍ ?
ການຝັງຮາກແຂ້ວທຽມບໍ່ໄດ້ເຈັບຄືກັບຫລາຍໆ ຄົນຄິດ ເນື່ອງຈາກການຝັງຮາກແຂ້ວທຽມທັນຕະແພດຈະມີການສີດຢາມຶນກ່ອນ ເພື່ອຊ່ວຍບັນເທົາອາການການເຈັບປວດ ແລະ ເມື່ອເຮັດຮາກແຂ້ວທຍມສຳເລັດອາດມີອາການ ເຈັບ ບວມ ສາມາດຮັບປະທານຢາແກ້ປວດຕາມທີ່ທັນຕະແພດແນະນຳໃຫ້
ຜູ້ທີ່ບໍຄວນຝັງຮາກແຂ້ວທຽມ?
  • ຜູ້ຍິງຖືພາ ແນະນຳໃຫ້ຝັງຮາກແຂ້ວທຍມໄດ້ຫລັງຈາກໃຫ້ກຳເນີດລູກແລ້ວ ເນື້ອງຈາກຈະສົ່ງຜົນກະທົບຕໍເດັກ
  • ຜູ້ທີ່ມີອາຍຸຕຳ່ກ່ວາ 18 ປີເພາະກະດູກຂາກັນໄກຍັງຈະເລີນເຕີບໂຕບໍ່ເຕັມທີ
  • ຜູ້ທີ່ມີໂລກປະຈຳຕົວເຊັ່ນ ເຫວົາຫວານ, ມະເລັງ ທີມີການສີດລັງສີບໍລິເວນໃບຫນ້າ
  • ຜູ້ທີ່ມີບັນຫາຊ່ອງປາກ ເຊັ່ນໂລກເຫງືອກ ແນະນຳໃຫ້ຮັກສາໃຫ້ຫາຍດີກ່ອນ
ກຽມຕົວແນວໃດກ່ອນການເຂົ້າຮັບການຮັກສາຝັງຮາກແຂ້ວທຽມ?
  • ປຶກສາທັນຕະແພດເພື່ອວາງແຜນການຮັກສາຢ່າງລະອຽດ
  • ແຈ້ງຂໍ້ມູນຄວາມເປັນຈິງໃຫ້ແກ່ທັນຕະແພດ ເຊັ່ນ ໂລກປະຈຳຕົວ, ຢາທີກຳລັງໃຊ້ຢູ່
  • ດູແລສຸຂະພາບຊ່ອງປາກໃຫ້ດີກ່ອນເຂົ້າຮັບການຮັກສາ