invisalign-submenu-lao-03

ຂັ້ນຕອນໃນການຮັກສາ

STEP1     ປຶກສາ​ສຳລັບ​ການດັດແຂ້ວແບບໃສອິນວິສລາຍ​  (Consultation)
ພົບກັບທັນຕະແພດເພື່ອຮັບຄຳປືກສາສຳລັບການດັດແຂ້ວແບບໃສອິນວິສລາຍ
STEP 2    ເກັບຂໍ້ມູນແລະກວດສຸກຂະພານແຂ້ວ (Invisalign​ Submission)
ຫຼັງຈາກຕັດສິນໃຈເຂົ້າຮັບການຮັກສາທາງທັນຕະກຳດັດແຂ້ວແບບໃສອິນວິສລາຍແລ້ວ
ຂັ້ນຕອນຕໍ່ໄປເປັນການເກັບຂໍ້ມູນຂອງຄົນໄຂ້ກ່ອນເລີ້ມການຮັກສາແລະກວດສະພາບແຂ້ວ
STEP​  3    ກຽມແຂ້ວສຳລັບການດັດແຂ້ວແບບໃສອິນວິສລາຍ( Tootn​ Preparation)
ເປັນຂັ້ນຕອນການຕຽມແຂ້ວສຳລັບການຮັກສາ ແລະສະແກນແຂ້ວສາມມິຕິ ດ້ວຍ​ iTero Element ເພື່ອສົ່ງຂໍ້ມູນໄປທາງແລັບທີ່ປະເທດ ສະຫະລັດອາເມລິກາ
STEP​ 4    ຮັບເຄື່ອງມືດັດແຂ້ວຊຸດທຳອິດ (Receive the first aligners)
ຂັ້ນຕອນນີ້ຈະຕ້ອງມີການຕິດປຸ່ມເທິງແຂ້ວ (Attachment) ກ່ອນທີ່ຈະຮັບເຄື່ອງມືດັດແຂ້ວຊຸດທຳອິດລວມເຖິງເບິ່ງແຜນການຮັກສາເປັນວິດີໂອສາມມິຕິ (Clincheck)​ ທີ່ຖືກອອກແບບໂດຍທັນຕະແພດໂດຍປົກກະຕິທັນຕະແພດຈະນັດທຸກໆ 2 ເດືອນ​ ເພື່ອກວດ ແລະ ຮັບເຄື່ອງມືດັດແຂ້ວຊຸດຕໍ່ໆໄປ
STEP​ 5    ການເຮັດເຄື່ອງມືຄົງສະພາບແຂ້ວ (Vivera Retalnet)ເມື່ອຈົບຂະບວນການດັດແຂ້ວແບບ ໃສແລ້ວ ຄວນ ໃສ່ເຄື່ອງມືຄົງສະພາບແຂ້ວເພື່ອຄົງສະພາບຮູບແບບແຂ້ວເອົາໄວ້ບໍ່ໃຫ້ເຄື່ອນຫຼືປຽ່ນທິດທາງຈາກເດີມຊື່ງເຄື່ອງມືຄົງສະພາບແຂ້ວນີ້ຜະລິດໂດຍບໍລິສັດອິນວິສລາຍ ມີຊື່ເອິ້ນວ່າ Viverara Retainer

ໄລຍະເວລາໃນການຮັກສາ

  ການຈັດແຂ້ວແບບໃສ Invisalign .ໃຊ້ໄລຍະເວລາ 7 ອາທິດ - 2 ປີ ຂຶ້ນຢູ່ກັບສະພາບແຂ້ວແຕ່ລະບຸກຄົນ

ຂໍ້ດີຂອງການດັດແຂ້ວແບບໃສ  Invisalign

  • ເສີມສ້າງບຸກຄະລິກກະພາບ ສ້າງຄວາມຫມັ່ນໃຈໃຫ້ກັບຜູ້ທີ່ສວມໃສ່ ເນື່ອງຈາກມີລັກສະນະເປັນພະລາສຕິກໃສ ເຮັດໃຫ້ແທບເບິ່ງບໍ່ເຫັນອຸປະກອນການດັດແຂ້ວ
  • ຄວາມເຈັບ ຫນ້ອຍກ່ວາ ເນື່ອງຈາກໃຊ້ແຮ້ງນ້ອຍໃນການເຄື່ອນແຂ້ວເຮັດໃຫ້ບໍເປັນອັນຕະລາຍຕໍ່ຮາກແຂ້ວ
  • ບໍ່ລະຄາຍເຄືອງເຫງືອກ ແລະ ກະພຸ່ງແກ້ມ
  • ສາມາດຮັບປະທານອາຫານ ແລະ ທຳຄວາມສະອາດ ໄດ້ເປັນປົກກະຕິເພາະ Invisalign ສາມາດຖອດອອກມາໄດ້ ຫລຸດການເກີດຄາບຫີນປູນ ຫລື ກໍໃຫ້ເກີດແຂ້ວແມ້ງໄດ້

ຂໍ້ຄວນລະວັງໃນການຈັດແຂ້ວແບບໃສ Invisalign

  • ຄວນຖອດອຸປະກອນ Invisalign ອອກ ເມື່ອຮັບປະທານອາຫານເພາະອາຫານຈະເຮັດໃຫ້ເກີດຄາບ ແລະ ເຮັດໃຫ້ເຄື່ອງມືປ່ຍນສີໄດ້
  • ຄວນເກັບເຄື່ອງມືໄວໃນກ໊ອງ Invisalign ຕະຫລອດ ເພື່ອເປັນການຮັກສາຄວາມສະອາດ ແລະ ເປັນການຊ່ວຍເຮັດໃຫ້ບໍ່ລືມງ່າຍອີກດ້ວຍ
  • ຄວນໃສເຄື່ອງມືມື້ລະ 20-22 ຊົ່ວໂມງ ເພື່ອຜົນຮັບທີດີ ບໍ່ຄວນລືມໃສເນື່ອງຈາກແຂ້ວຈະບໍ່ເຄື່ອນໄປຕາມແຜນການຮັກສາ
  • ບໍ່ຄວນດືມເຄື່ອງດືມທີມີຄວາມຮ້ອນຈົນເກີນໄປ ໃນຂະນະທີໃສ່ເຄື່ອງມື ເພາະອາດເຮັດໃຫ້ Invisalign ເກີດການບິດບ້ຽວໄດ້
  • ຖ້າຕ້ອງການສູບຢາແນະນຳໃຫ້ຖອດເຄື່ອງມື Invisalign ອອກກ່ອນເນື່ອງຈາກຈະເຮັດໃຫ້ Invisalign ປ່ຽນສີ ຫລື ມີຄາບໄດ້

ວີເວຍລ່າ ຣີເທນເນີ ແມ່ນຫຍັງ ?

ເປັນເຄື່ອງມືຄົງສະພາບແຂ້ວທີ່ຜະລິດຈາກເທັກໂນໂລຊີທີ່ທັນໄຫມ ເຊັ່ນດຽວກັບເຄື່ອງມືຈັດແຂ້ວແບບໃສ Invisalign ເຊິ່ງມີຄວາມແຂງແຮງກວ່າເຄື່ອງມືຄົງສະພາບແຂ້ວແບບໃສອືນເຖິງ 30% ເຮັດໃຫ້ຫລຸດຄວາມສ່ຽງໃນການເກີດຮ່ອຍລ້າວ ຫລື ຊີກຂາດຂອງເຄື່ອງມື ແລະ ມີອາຍຸການໃຊ້ງານທີຍາວນານ