ອາຍຸເທົາໃດຈະດັດແຂ້ວແບບໃສ Invisalign ໄດ້?
ການດັດແຂ້ວແບບໃສ Invisalign ສາມາດດັດໄດ້ທຸກຊວງອາຍຸ ຕັ້ງແຕ່ເດັກອາຍຸ 6 ປີໄປຈົນເຖິງຜູ້ໃຫຍ່ເນື່ອງຈາກການເຄື່ອນແຂ້ວທີ່ບໍຮ້າຍແຮ້ງ ມີການອອກແບບມາເພື່ອຮອງຮັບການຂຶ້ນຂອງແຂ້ວແທ້ ຂອງເດັກ ແລະ ໄວລຸ້ນ ເໝາະສຳລັບທຸກເພດທຸໄວ ເປັນມິດຕໍ່ສຸຂະພາບຂອງເຫງືອກ ບໍເຮັດໃຫ້ເຫງືອກລ່ອນ ແລະ ບໍ່ເຮັດໃຫ້ຮາກແຂ້ວລະລາຍອີກດ້ວຍ
ຫລັງການດັດແຂ້ວ Invisalign ຕ້ອງໃສລີເທນເນີບໍໍໍ່?
ການໃສລີເທນເນີມີຄວາມສຳຄັນຫລາຍສຳລັບການດັດແຂ້ວ ເນື່ອງຈາກເປັນການຄົງສະພາບແຂ້ວໃຫ້ຢູ່ໃນສະພາບທີ່ສວຍງາມ ບໍ່ເຮັດໃຫ້ແຂ້ວລົ້ມ ແຂ້ວເກ້ ຫລື ແຂ້ວ ຫ່າງ ດັ່ງນັ້ນຈຶ່າງຕ້ອງໃສລີເທນເນີຕາມທີ່ທັນຕະແພດບອກປ້ອງກັນໃຫ້ເກີດບັນຫາດັງກ່າວ
ດັດແຂ້ວແບບໃສ Invisalign ຕ້ອງມາພົບທັນຕະແພດຕະຫລອດບໍ່?
ການຈັດແຂ້ວແບບໃສ Invisalign ເປັນການດັດແຂ້ວທີ່ບໍ່ໄດ້ພົບກັບທັນຕະແພດຕະຫລອດ ສາມາດພົບໄດ້ປະມານ 2-3 ເດືອນຕໍ່ຄັ້ງ ຫລື ຂຶ້ນຢູ່ກັບຄວາມສະດວກຂອງຄົນໄຂ້
ຢູູ່ຕ່າງປະເທດດັດແຂ້ວແບບໃສ Invisalign ໄດ້ບໍ່?
ກໍລະນີຢູ່ຕ່າງປະເທດ ແຕ່ມີແຜນກັບປະເທດຂອງຕົນທຸກປີ ຢ່າງນ້ອນ ປີລະ 1-2 ຄັ້ງ/ປີ ສາມາດດັດແຂ້ວແບບໃສ Invisalign ໄດ້ ໂດຍທັນຕະແພດສາມາດວາງແຜນການຮັກສາໃຫ້ເຫມາະສົມກັບໄລຍະເວລາທີຄົ້ນໄຂ້ຈະກັບມາໄດ້
ຈັດແຂ້ວແບບໃສ Invisalign ຕ້ອງຖອນແຂ້ວບໍ່?
ໂດຍສ່ວນໃຫຍ່ທັນຕະແພດຈະບໍ່ແນະນຳໃຫ້ຖອນແຂ້ວ ນອກຈາກມີບັນຫາຫລາຍ ແລະ ອາດສົ່ງຜົນຕໍ່ການຮັກສາຈຶ່ງຈະແນະນຳໃຫ້ຖອນ
ດັດແຂ້ວແບບໃສ Invisalign ດັດສະເພາະແຂ້ວດ້ານເທິງ-ລຸ່ມໄດ້ບໍ່ ?
ໂດຍທົ່ວໄປແລ້ວທັນຕະແພດຈະແນະນຳໃຫ້ຄົນໄຂ້ດັດແຂ້ວທັງ ເທິງ ແລະ ລຸ່ມ ເພື່ອແກ້ບັນຫາການລຽງຕົວຂອງແລ້ວ ແລະການກັດສົບຂອງແຂ້ວ ໄປພ້ອມໆ ກັນ ແຕ່ຫາກການສົບແຂ້ວດີຢູ່ແລ້ວ ແຕ່ຢາກແກ້ບັນຫາສະເພາະການລຽງຕົວຂອງແຂ້ວເທິງຫລືລຸ່ມຢ່າງດຽວເດັກນ້ອຍກໍສາມາດເຮັດໄດ້
Invisalign ເຮັດຄວາມສະອາດແນວໃດ ?
Invisalign ສາມາດທຳຄວາມສະອາດໄດ້ງ່າຍທ ໂດຍການຖອດອອກມາລ້າງດ້ວຍສະບູ ອານາໄມດ້ວຍໄມ້ສີຟັນທີ່ນຸ່ມ ແລະ ຄວນລ້າງໃນນ້ຳເພາະອາດເຮັດໃຫ້ເດກີດຄວາມເສຍຫາຍໄດ້
ມີຄອບແຂ້ວຢູ່ສາມາດດັດແຂ້ວແບບໃສ Invisalign ໄດ້ບໍ່?
ສາມາດດັດແຂ້ວແບບໃສ Invisalignໄດ້ເນື່ອງບໍ່ຕ້ອງໃຊ້ກາວໃນການຍຶດອຸປະກອນດັດແຂ້ວຕິດກັບຄອບແຂ້ວ
|