pediatric-dentistry-mainsub-lao-01

ການເຄືອບຊ່ອງແຂ້ວສຳລັບເດັກ

ເປັນຫຍັງຕ້ອງເຄືອບຊ່ອງແຂ້ວ

ການເຄືອບຫລຸມແລະຮອງແຂ້ວ ໂດຍປົກກະຕິເລີ່ມເຮັດການຮັກສາແຂ້ວກາມແທ້ເຫລັ້ມທີຂຶ້ນແລ້ວ ເນື່ອງຈາກແຂ້ວທີ່ຂຶນໃຫມ່ຈະມີຫລຸມ ແລະ ຮອງແຂ້ວທີ່ແຄບແລະເລິກຍາກຕໍ່ການອານາໄມ ຈຶງສ່ຽງຕໍການເກີດແຂ້ວແມ້ງການເຄືອບຫລຸມຮອງແຂ້ວນີ້ຈະເຮັດໃຫ້ຫລຸມ ແລະ ຮອງແຂ້ວຕືນຂືນ ເສດອາຫານຕິດໄດ້ຍາກ ທຳຄວາມສະອາດໄດ້ງ່າຍ ບໍ່ເປັນບ່ອນກັກກັນແຫລ່ງຈຸລິນຊີທີເຮັດໃຫ້ເກີດແຂ້ວແມ້ງ

ຂໍ້ບົງບອກສຳລັບການເຄືອບຫລຸມແລະຮອງແຂ້ວ

• ແຂ້ວບໍ່ເປັນແມ້ງ ຫລຸມ ແລະ ຮອງແຂ້ວເລິກ
• ແຂ້ວຂຶ້ນພົ້ນເຫງືອກແລ້ວ
• ຫລຸມແລະຮອງຂອງເລິກດ້ານລິ້ນຂອງແຂ້ວຫນ້າ
• ແຂ້ວນຳ້ນົມທີມີຫລຸມແລະຮອງແຂ້ວເລິກ

ຂັນຕອນການເຄືອບຮອງແຂ້ວ

• ທັນຕະແພດເຮັດການຂັດຜິວແຂ້ວ ເພື່ອຈັດຄາບຈຸລິນຊີ ເສດອາການອອກຈາກຫລຸມແລະຮອງແຂ້ວທີຈະເຮັດການເຄືອຍແຂ້ວ
• ທັນຕະແພດຈະໃຊ້ແປງທາວັດສະດຸອຸດຫລຸມຮອງແຂ້ວເທິງລົງໄປຜິວແຂ້ວ ແລະສາຍແສງເພື່ອໃຫ້ວັດສະດຸອຸດຫລຸມຮອງແຂ້ວແຂ້ງຕົວ
• ທັນຕະແພດຈະກວດວັດສະດຸອຸຫລຸມຮອງແຂ້ວແລະການສົບແຂ້ວເປັນຂັ້ນຕອນສຸດທ້າຍ

ໄລຍະເວລາການເຄືອບຫ້ອງແຂ້ວ

ການເຄືອນຮອງແຂ້ວໃຊ້ລະຍະເວລາປະມານ 5-10 ນາທີ/ເຫລັ້ມ

ອາຍຸການໃຊ້ງານຂອງການເຄືອບຮອງແຂ້ວ

ອາຍຸການໃຊ້ງານຂອງການເຄືອບຮ່ອງແຂ້ວນັ້ນສາມາດຍູ່ໄດ້ນານຮອດ 10 ປີ ຂື້ນຍູ່ກັບການດູແລຮັກສາຂອງແມ່ລະບຸກຄົນ

ການດູແລຮັກສາຫຼັງການເຄືອບຮ່ອງແຂ້ວ

• ທຳຄວາມສະອາດແຂ້ວດ້ວຍດານແປງແຂ້ວຂົນນຸ່ມຢ່າງນ້ອຍມື້ລະ 2 ຄັ້ງລວມທັງທຳຄວາມສະອາດຊອກແຂ້ວດ້ວຍໄໝຂັດແຂ້ວ
• ພົບທັນຕະແພດທຸກໆ 6 ເດືອນ ເພື່ອກວດເຊັກແຂ້ວຍ່າງສະໝ່ຳສະເໝີ
• ທານອາຫານຍ່າງມີສົມດຸນ ລົດອາຫານວ່າງລົງ

ຄຳຖາມທີ່ພົບຕະຫຼອດ

ເຄືອບຮ່ອງແຂ້ວຄວນເຮັດອາຍຸທໍ່ໃດ?

ມັນຕະແພດຈະທຳການເຄທອບນ່ອງແຂ້ວເມທ່ອແຂ້ວກົກແທ້ເຫຼັ້ມທຳອິດຂື່ນ ຊຶ່ງຈະເກິດຂື້ນເມື່ອເດັກອາຍຸ 6-7 ປີ ແລະຈະເຮັດໄດ້ຈົນຮອດອາຍຸປະມານ 11-13 ປີ

ເຄືອບຮ່ອງແຂ້ວເຈັບບໍ່?

ການເຄືອບຮ່ອງແຂ້ວບໍ່ໄດ້ເຮັດໃຫ້ເກິດຄວາມເຈັບປວດ ແລະບໍ່ຈຳເປັນນຕ້ອງໃຊ້ຍາມືນ