pediatric-dentistry-mainsub-lao-04

ການຄອບແຂ້ວສຳລັບເດັກນ້ອຍຄືຫຍັງ

ການຄອບແຂ້ວສຳລັບເດັກນ້ອຍ ຈະທຳໃນແຂ້ວນ້ຳນົມທີ່ມີການຜຸຂະໜາດໃຫຍ່ບໍ່ສາມາດຮັກສາດ້ວຍການອຸດແຂ້ວແບບປົກກະຕິໄດ້ ເນື່ອງຈາກຈະເຮັດໃຫ້ວັດສະດຸທີ່ອຸດແຂ້ວມີການແຕກກັກ ຫຼື ຫຼຸດອອກໄດ້ ຫຼື ເຮັດໃຫ້ກໍລະນີແຂ້ວທີ່ໄດ້ຮັບການຮັກສາຮາກແຂ້ວ ແຂ້ວນ້ຳນົມມາແລ້ວ ເນື່ອງຈາກແຂ້ວຈະມີຄວາມບາງແຕກງ່າຍ
ຊະນິດຂອງການຂອບແຂ້ວເດັກນ້ອຍ

       1.ຊະນິດວັດສະດຸໂລຫະໄຣສະນິມ  (Stainless steel) : ມີສີເງິນ ແຂງແຮງ ທົນທານສູງ

2.ຊະນິດສີເໝືອມຟັນ  : ມີຄວາມສວຍງາມ ແຕ່ຄົງທົນເທົ່າວັດສະດຸໂລຫະໄຣສະນິມ

ຂັ້ນຕອນການຄອບແຂ້ວສຳລັບເດັກນ້ອຍ
  • ທຳການ x-ray ເພື່ອໃຫ້ທັນຕະແພດກວດປະເມີນວ່າສາມາດຄອບແຂ້ວໄດ້ຫຼືບໍ
  • ສັກຢາຊາ
  • ກໍແຂ້ວໃຫ້ພຽງພໍດີການຂອບແຂ້ວກໍ ແລະ ຕົກແຕ່ງຂອບແຂ້ວເພື່ອໃຫ້ເໝາະສົມກັບເັກນ້ອຍແຕ່ລະບຸກຄົນ
  • ໃສ່ຂອບແຂ້ວ ແລະ ເຮັດການຍຶດຕິດກັບແຂ້ວ

ໄລຍະເວລາເວລາໃນການຂອບແຂ້ວສຳລັບເດັກນ້ອຍ

ການຂອບແຂ້ວສຳລັບເດັກນ້ອຍໃຊ້ໄລຍະເວລາປະມານ 15-30 ນາທີ

ອາຍຸການໃຊ້ງານການຂອບແຂ້ວສຳລັບເດັກນ້ອຍ

ການຂອບແຂ້ວສຳລັບເດັກນ້ອຍສາມາດຢູ່ໄດ້ດົນຫຼືຈົນກວ່າແຂ້ວຈະຫຼຸດ ຫຼື ແທນທີ່ດ້ວຍແຕ່ຕ້ອງອາໃສການເບິ່ງແຍງແຂ້ວທີ່ດີດ້ວຍເຊັ່ນດຽວກັນ

ການເບິ່ງແຍງການຮັກສາສຳລັບການຂອບແຂ້ວສຳລັບເດັກນ້ອຍ

  • ຮັກສາຄວາມສະອາດຂອງແຂ້ວດ້ວຍການແປງແຂ້ວຢ່າງໜ້ອຍມື້ລະ 2 ຄັ້ງ ແລະ ໃຊ້ໄໝຂັດແຂ້ວ
  • ຊ່ວງແລກຄວນຫຼີກລ້ຽງການຮັບປະທານອາຫານທີ່ມີລັກສະນະແຂງ
  • ພົບທັນຕະແພດທຸກໆ 6 ເດືອນ ເພື່ອກວດສຸຂະພາບຊ່ອງປາກ ແລະ ແຂ້ວ

ຄຳຖາມທີ່ພົບຕະຫຼອດ

ເປັນຫຍັງຂອບແຂ້ວເດັກນ້ອຍຈື່ງໃຊ້ເວລາໜ້ອຍກ່ວາຜູ້ໃຫຍ່?

ເນື່ອງຈາກວັດສະດຸຂອບແຂ້ວເດັກນ້ອຍ ເປັນວັດສະດຸທີ່ເຮັດສຳເລັດຮູບໄວ້ຢູ່ແລ້ວ ທ່ານໝໍຈຶ່ງສາມາດຕົກແຕ່ງໄດ້ເລີຍ ໂດຍບໍ່ຕ້ອງໄດ້ຖ້າສີ້ນງານຄືວັດສະດຸຂອບແແຂ້ວຂອງຜູ້ໃຫຍ່

ຂອບແຂ້ວເດັກນ້ອຍເຈັບບໍ?

ການຂອບແຂ້ວອາດຈະມີອາການເຈັບປວດເກີດຂື້ນໄດ້ເນື່ອງຈາກແຂ້ວທີ່ມີຄວາມຜຸທີ່ຂອນຂ້າງກ້ວາງ ທາງທ່ານໝໍ ຈຶ່ງໄດ້ມີການໃຊ້ຢາຊາ ເພື່ອບັນເທົາອາການດັ່ງກ່າວ