pediatric-dentistry-mainsub-lao-02

ການເຄືອບຟູອໍລາຍ

ເປັນຫຍັງຕ້ອງເຄືອບຟູອໍລາຍ

            ການເຄືອບຟູອໍລາຍ​ ເປັນການເຄືອບຟູອໍລາຍໄປທີ່ຜິວແຂ້ວຊ່ວຍເຮັດໃຫ້ໂຄງສ້າງຂອງແຂ້ວແຂງແຮງທົນທານຕໍ່ກົດຂອງແບດທິເລຍໃນຊ່ອງປາກຫຼາຍຂື້ນ ຊື່ງຈະຊວ່ຍຊະລໍການແມງໃນແຂ້ວທີ່ແມງໃນລະຍະເລິ່ມແລກແລະລົດໂອກາດການເກິດຮອຍແມງໃໝ່

 

 

ຂັ້ນຕອນການເຄືອບຟູອໍລາຍ

  • ທັນຕະແພດທຳຄວາມສະອາດຜິວແຂ້ວ
  • ຕຽມແຂ້ວໃຫ້ແຫ້ງ ໂດຍການເປົ່າລົມໃຫ້ແຫ້ງເພື່ອໃຫ້ຄາບເດິມຂອງຟູອໍລາຍເຈວຄົງທີ
  • ນຳຟູອໍລາຍເຈວໃສ່ລົງໃນຸາດຟູອໍລາຍ (fluoride tray)
  • ໃສ່ຖາດຟູອໍລາຍ (fluoride tray). ທັງດ້ານບົນແລະລ່າງ ໃຫ້ສຳຜັດກັບແຂ້ວໄດ້ທົ່ວຖືງ ປະມານ4-5 ນາທີ
  • ນຳຖາດຟູອໍລາຍ (fluoride tray) ອອກ ແລະທຳການດູກເຈວທີ່ເຫຼືອອອກໃຫ້ຫຼາຍທີ່ສຸດ

 

ລະຍະເວລາການເຄືອບຟູອໍລາຍ

ໃຊ້ລະຍະເວລາໃນການເຄືອບຟູອໍລາຍປະມານ 10 ນາທີ ຊື່ງຕ້ອງອາໃສຄວາມຮວ່ມມືຂອງເດັກແລະຜູ້ປົກຄອງດ້ວຍ

 

ອາຍຸການໃຊ້ງານຂອງການເຄືອບຟູອໍລາຍ

ໂດຍປົກກະຕິເດັກນ້ອຍຄວນໄດ້ຮັບການເຄືອບຟູອໍລາຍຢ່າງນ້ອຍ 2 ຄັ້ງ/ປີສ່ວນເດັກນ້ອຍທີ່ມີຄວາມສ່ຽງ ຫຼືມີບັນຫາ ແຂ້ວພຸຄວນຈະເຄືອບຟູອໍລາຍຫຼາຍກ່ວາ 2ຄັ້ງ/ປີ

 

ການເບິ່ງແຍງຮັກສາຫລັງຈາກເຄືອບຟູອໍລາຍ

  • ຫຼັງຈາກເຄືອບຟູອໍລາຍຄວນງົດນ້ຳ ແລະ ອາຫານປະມານ 30 ນາທີ
  • ດູແລຮັກສາຄວາມສະອາດຂອງແຂ້ວເຊັ່ນການຖູແຂ້ວການໃຊ້ໄໝຂັດຟັນ ຫຼືການບ້ວນປາກ
  • ພົບທັນຕະແພດທຸກໆ 6 ເດືອນ ເພື່ອການກວດສະພາບຊ່ອງປາກ ແລະ ແຂ້ວ

 

ຄຳຖາມທີ່ພົບຕະຫຼອດ

 

ຢາສີແຂ້ວແບບຟູອໍລາຍໃຊ້ແທນການເຄືອບແຂ້ວໄດ້ບໍ ?
ຢາທີ່ແຂ້ວທີ່ໃຊ້ໃນເດັກນ້ອຍຈະມີປະລິມານຟູອໍລາຍໃນສັດສ່ວນທີ່ຕໍ່າກ່ວາຜູ້ໃຫຍ່ເພື່ອປ້ອງກັນອັນຕະລາຍຈາກການໄດ້ຮັບຟູອໍລາຍທີ່ຫຼາຍເກີນໄປເດັກນ້ອຍຫຼົງກືນຢາສີແຂ້ວດັ່ງນັ້ນຈື່ງຄວນໄດ້ຮັບການການຮັກສາເຄືອບຟູອໍລາຍຮ່ວມດ້ວຍເພື່ອເສີມສ້າງຄວາມແຂງແຮງຂອງ ແຂ້ວ

 

ຄຳຖາມທີ່ພົບຫຼາຍຂໍ້ຄວນລະວັງໃນການເຄືອບຟູອໍລາຍ?
  • ການເປັນຜິດແບບສຽບພັນ ເກີດຈາກຈາກການໄດ້ຮັບຟູອໍລາຍໃນປະລິມານທີ່ສູງໃນຄັ້ງດຽວຄືຈະຕ້ອງກືນ ຟູອໍລາຍຊະນິດເຄືອບທັ້ງໝົດອາດຈະມີອາການຕັ້ງແຕ່ການຄື້ນໃສ້ ຈາມ ເຈັບທ້ອງ ການຮັກສາແບບສຸກເສີນໄດ້ແກ່ການດື່ມນົມຫຼາຍໆ ເພື່ອສະລໍອາການ
  • ການເປັນຜິດແບບເລື້ອລັງໃນນະທີ່ນີ້ໝາຍເຖິງທາໃຫ້ແຂ້ວມີລັກສະນະຕົກກະແຕ່ໃນປັດຈຸບັນຍັງບໍ່ມີລາຍການວິໃຈທີ່ສະແດງໃຫ້ເຫັນວ່າການເຄືອບຟູອໍລາຍມີຄວາມສຳພັນຫຼືເປັນສາເຫດທີ່ພາໃຫ້ເກີດແຂ້ວຕົກກະ