pediatric-dentistry-mainsub-lao-03

ການຮັກສາຮາກແຂ້ວສຳລັບເດັກນ້ອຍ

ການຮັກສາຮາກແຂ້ວເກີດຈາກຫຍັງ

ການຮັກສາຮາກແຂ້ວສຳລັບເດັກ ຈະທຳເພື່ອແຂ້ວນ້ຳນົມພຸຈົນເຮັດໃຫ້ເຊື້ອໂລກເຂົ້າໄປໃນໂພ່ງປະສາດແຂ້ວເຮັດໃຫ້ໂພ່ງປະສາດອັກເສບສົ່ງຜົນໃຫ້ເດັກນ້ອຍມີອາການເຈັບແຂ້ວ ຮ່ວມກັບການອັກເສບຂອງເຫືງອກແລະອະໄວຍະວະຮອບໆ

ຂັ້ນຕອນການຮັກສາຮາກແຂ້ວສຳລັບເດັກນ້ອຍ

  • ທຳການ x-ray ເພື່ອໃຫ້ທັນຕະແພດກວດປະເມີນວ່າສາມາດຮັກສາແຂ້ວໄດ້ຫຼື
  • ສັກຢາຊາ ແລະ ກຳຈັດເນື້ອເຍື້ອໂພ່ງປະສາດແຂ້ວໃນສ່ວນຂອງຕົວແຂ້ວລວມເຖິງຮາກ
  • ເຮັດຄວາມສະອາດແລະໃສ່ຢາຮັກສາຮາກແຂ້ວ

ໄລຍະເວລາໃນການຮັກສາຮາກແຂ້ວສຳລັບ

ການຮັກສາຮາກແຂ້ວສຳລັບເດັກນ້ອຍໃຊ້ໄລຍະເວລາໃນການຮັກສາຄັ້ງລະປະມານ 1-2 ຊົ່ວໂມງ

ອາຍຸຂອງການຮັກສາຮາກແຂ້ວສຳລັບເດັກນ້ອຍ

ການຮັກສາຮາກແຂ້ວສຳລັບເດັກນ້ອຍຈະສາມາດຄົງຢູ່ໄດ້ດົນກ່ວາແຂ້ວນ້ຳນົມຈະຫຼຸດອອກໄປ

ການເບິ່ງແຍງການຮັກສາຮາກແຂ້ວສຳລັບເດັກນ້ອຍ

  • ເຮັດຄວາມສະອາດແຂ້ວໂດຍການແປງແຂ້ວ ໃຊ້ໄຫມຂັຟັນ
  • ຫຼີກລ້ຽງອາຫານທີ່ຫວານຈົນເກີນໄປ
  • ພົບທັນຕະແພດທຸກໆ 6 ເດືອນ ເພື່ອກວດສຸຂະພາບຊ່ອງປາກແລະແຂ້ວ

ຄຳຖາມທີ່ພົບຕະຫຼອດ

ຮັກສາຮາກແຂ້ວສຳລັບເດັກນ້ອຍຈຳເປັນຫຼາຍບໍ?
ການຮັກສາຮາກແຂ້ວສຳລັບເດັກນ້ອຍຖືວ່າເປັນການຮັກສາແຂ້ວນ້ຳນົມໄວ້ເພື່ອບໍ່ໃຫ້ຫຼຸດອອກໄປກ່ອນເວລາອັນ ຈະຊ່ວຍເຮັດໃຫ້ແຂ້ວຂື້ນມາລຽງງາມ ມີລະບຽບຕາມທຳມະຊາດ ບໍ່ຜິດປົກກກະຕິ ບໍ່ເປັນແຂ້ວຊ້ອນເກ ແລະ ບໍ່ມີປັນຫາສຸຂະພາບແຂ້ວຕາມມາ
ສຳລັບເດັກນ້ອຍການຮັກສາຮາກແຂ້ວໃຊ້ເວລາດົນເທົ່າຜຼ້ໃຫຍ່ບໍ?
ໂດຍປົກກະຕິການຮັກສາຮາກແຂ້ວສາມາດເຮັດສຳເລັດໄດ້ໃນພາຍໃນ 1 ຄັ້ງ ແຕ່ມີບາງກໍລະນີເຊິ່ງເປັນສ່ວນນ້ອຍທີ່ອາດຕ້ອງມາຮັກສາຫຼາຍກ່ວງ 1 ຄັ້ງ